ເປີດງານວາງສະແດງສີມືຫັດຖະກໍາລາວຄັ້ງທີ 19 ມີຜູ້ປະກອບການ 200 ຫົວໜ່ວຍເຂົ້າຮ່ວມ

298

ສະມາຄົມຫັດຖະກໍາລາວ ໄດ້ຈັດງານມະຫາກໍາສີມືຫັດຖະກໍາລາວຄັ້ງທີ 19 ຂຶ້ນ ລະຫວ່າງວັນທີ 10-18ຕຸລາ 2020 ທີ່ສູນການຄ້າ ລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍມີຜູ້ປະກອບການຊາວຊ່າງຫັດຖະກໍາລາວໃນຂອບເຂດທົວປະເທດ ຈໍານວນ 200ຫົວຫນ່ວຍເຂົ້າຮ່ວມ.


ຫົວຂໍ້ຂອງງານຄັ້ງນີ້ແມ່ນ ສີໄມ້ລາຍມືຄື ອຸທິຍານແຫ່ງການທ່ອງທ່ຽວຕາມຮອຍປູ່ຍ່າຕາຍາຍ.

ພິທີເປີດງານຢ່າງເປັນທາງການຈັດຂຶ້ນໃນຕອນແລງວັນທີ 12  ຕຸລາ 2020 ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

.

ພາຍໃນງານ ມີກິດຈະກໍາສະແດງສິນຄ້າຫັດຖະກໍາ, ເຄື່ອງວັດຖຸເງິນຄໍາ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານດ້ວຍຫວາຍ ;ພ້ອມນັ້ນກໍມີການສາທິດການຜະລິດສິນຄ້າຫັດຖະກໍາ ແລະ ຝືກອົບຮົມ , ປະກວດຕົບແຕ່ງຮ້ານງາມ, ປະກວດແຂ່ງຂັນການອອກແບບຜະລິດຕະພັນໃໝ່ເພື່ອຕໍ່ຍອດສີມືປູ່ຍ່າຕາຍາຍ ສົ່ງເສີມຜະລິດຕະພັນລາວທ່ຽວລາວ.

.