ຄະນະສື່ມວນຊົນ ສືບຕໍ່ຢ້ຽມຢາມ ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນ ຢູ່ຫຼວງພະບາງ

248

ພາຍຫຼັງທີ່ເດີນທາງຈາກແຂວງອຸດົມໄຊ ເຖິງຫລວງພະບາງ ໃນວັນທີ 10 ຕຸລາ ຄະນະສື່ມວນຊົນກໍເຂົ້າພັກທີ່ຣີສອດ ມາຍດຼີມ My Dream ບ້ານເມືອງງາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.

ຈາກນັ້ນລະຫວ່າງວັນທີ 11-12 ຕຸລາ 2020 ຄະນະສື່ມວນຊົນລາວ ແລະ ສາກົນ ກໍໄດ້ເດີນໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫຼ່ງຢູ່ຫຼວງພະບາງເຊັ່ນ: ສູນຫັດຖະກຳເຄື່ອງປັ້ນດິນເຜົາ ຢູ່ບ້ານຈ່ານເໜືອ ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງເປັນສູນສ້າງອາຊີບໃຫ້ປະຊາຊົນ 7 ຄອບຄົວຢູ່ບ້ານດັ່ງກ່າວ.


ຈາກນັ້ນກໍເດີນທາງໄປທ່ຽວຊົມ ສວນດອກໄມ້ໃນອຸທິຍານປ່າໃຫຍ່ ທີ່ນໍ້າຕົກຕາດຮ້ອຍຄົວເຊິ່ງເປັນການສຳປະທານຂອງບໍລິສັດ ຈັງໂກ້ ກຣີນ ພາກ Green jungle park ສະຖານທີ່ຕັ້ງຢູ່ບ້ານປາກຫຼືງ ເມືອງຈອມເພັດ ແຂວງຫຼວງພະບາງ ຫ່າງຈາກຕົວເມືອງໄປທາງຊຽງແມນ ປະມານ 15 ກິໂລແມັດ.

ນອກຈາກນີ້ຄະນະສື່ມວນຊົນຍັງໄດ້ເດີນທາງໄປທ່ຽວຊົມຕາດກວາງຊີ; ຈາກນັ້ນກໍ ເຂົ້າກາບໄຫວ້ ວັດຊຽງທອງ ເຊິ່ງເປັນວັດທີ່ມີຄວາມວິຈິດງົດງາມ ໃນການອອກແບບລວດລາຍຕ່າງໆ ແລະ ເປັນວັດຄູ່ບ້ານຄູ່ເມືອງຂອງຊາວຫຼວງພະບາງມາແຕ່ບູຮານ.


ຈາກນັ້ນກໍໄປຊົມເຮືອນຈັນ ມໍລະດົກຫຼວງພະບາງ ທີ່ເປັນເຮືອນເກົ່າເຄົ້າເດີມຂອງຄົນລາວບູຮານ, ມີເຄື່ອງໃຊ້ຂອງສອຍຂອງຂ້າລາຊະການໃນວັງຫຼວງເກົ່າສະໄໝເຈົ້າຊີວິດປົກຄອງ ແລະ ພິພິທະພັນ ຫຼວງພະບາງ ຫຼື ພະລາດຊະວັງເກົ່າ ເຊິ່ງຕັ້ງຢູ່ບ້ານຈູມຄ້ອງ ໃຈກາງນະຄອນຫຼວງພະບາງ ອີກ.