ເວທີສະແດງວິໄສທັດການເລືອກຕັ້ງປະທານາທິບໍດີສະຫະລັດ ຈະຈັດແບບທາງໄກ

83

ສຳນັກຂ່າວເອເອັຟພີລາຍງານວ່າ: ຄະນະກຳມະການຈັດເວທີໂຕ້ວາທີເພື່ອສະແດງວິໄສທັດໃນການຫາສຽງເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ລະຫວ່າງປະທານາທິບໍດີ ໂດນັລ ທຣຳ ກັບ ທ່ານ ໂຈ ໄບເດັນ ຈະຈັດຂຶ້ນໃນວັນທີ 15 ຕຸລານີ້ ເຊິ່ງຈະຈັດໃນຮູບແບບທາງໄກ ເພື່ອຄວາມປອດໄພຂອງຜູ້ເຂົ້າຮ່ວມ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຫຼັງຈາກທີ່ ທຣຳ ຕິດເຊື້ອໂຄວິດ – 19, ຂະນະທີ່ ທຣຳ ອອກມາສວນທັນທີວ່າ ການຈັດຮູບແບບດັ່ງກ່າວບໍ່ຍຸຕິທຳ ແລະ ເຂົ້າຂ້າງ ໄບເດັນ.

ລາຍງານລະບຸວ່າ: ພາຍຫຼັງທີ່ມີແຈ້ງຂ່າວອອກມາວ່າຈະຈັດການໂຕ້ວາທີແບບທາງໄກ ປະທານາທິບໍດີ ທຣຳໄດ້ອອກມາປະກາດທັນທີວ່າ ລາວຈະບໍ່ເຂົ້າຮ່ວມການໂຕ້ວາທີຄັ້ງນີ້ ເນື່ອງຈາກວ່າ ທຣຳ ບໍ່ຍອມຮັບການຈັດໃນຮູບແບບທາງໄກ ພ້ອມກ່າວຫາຄະນະກຳມະການຈັດງານໂຕ້ວາທີວ່າເຂົ້າຂ້າງໂຈ ໄບເດັນ.