ເສດຖະກິດອາຊີໃຕ້ ຈະຫົດຕົວສູງສຸດ 7,7% ໃນປີນີ້

122

ທະນາຄານໂລກ ຄາດການວ່າ: ເສດຖະກິດໃນພາກພື້ນອາຊີໃຕ້ ຈະຫົດຕົວສູງສຸດເປັນປະຫວັດສາດສູງເຖິງລະດັບ 7,7% ໃນປີນີ້ ແລະ ແຮງງານນອກລະບົບຈະໄດ້ຮັບຜົນກະທົບໜັກທີ່ສຸດ, ການບໍລິໂພກຂອງພາກເອກະຊົນ ແລະ ປະຊາຊົນທົ່ວໄປຈະບໍ່ສາມາດຟື້ນຕົວໄດ້ ໃນໄລຍະອັນສັ້ນ, ຜົນກະທົບ ຕໍ່ຄວາມເປັນຢູ່ຂອງປະຊາຊົນຈະຮຸນແຮງກວ່າທີ່ລາຍງານ ຄາດການຕົວເລກ ຍອດລວມຜະລິດຕະພັນພາຍໃນປະເທດ ( ຈີດີພີ ) ລະບຸໄວ້ ເຊິ່ງໝາຍເຖິງອັດຕາຄວາມທຸກຍາກ ທີ່ເພີ່ມຂຶ້ນຢ່າງວ່ອງໄວ.

ໃນຂະນະທີ່ ອິນເດຍ ເປັນປະເທດທີ່ມີລະບົບເສດຖະກິດໃຫຍ່ທີ່ສຸດຂອງພາກພື້ນ ອາຊີໃຕ້ ມີທ່າອ່ຽງວ່າເສດຖະກິດຫົດຕົວສູງເຖິງ 9,5% ໃນປີນີ້ ເນື່ອງຈາກບັນຫາການແຜ່ລະບາດໂຄວິດ – 19 ທີ່ເຮັດໃຫ້ນັກລົງທຶນຕ່າງປະເທດຮູ້ສຶກວິຕົກກັງວົນ ລວມທັງການຈຳກັດຄວາມສາມາດຂອງລັດຖະບານໃນການເພີ່ມຄ່າໃຊ້ຈ່າຍ, ເພີ່ມແຮງກົດດັນໃຫ້ລະບົບທະນາຄານທີ່ໄດ້ຮັບຜົນກະທົບຢ່າງໜັກຈາກບັນຫາໜີ້ເສຍ ເຖິງວ່າ ອິນເດຍ ປະກາດໃຊ້ມາດຕະການປິດເມືອງຢ່າງເຂັ້ມງວດຕັ້ງແຕ່ເກີດການລະບາດ ໂຄວິດ – 19 ແຕ່ຍັງມີຜູ້ຕິດເຊື້ອສະສົມ 6,84 ລ້ານຄົນ ສູງເປັນອັນດັບ 2 ຂອງໂລກ ຮອງຈາກສະຫະລັດອາເມຣິກາ ແລະ ມີຜູ້ເສຍຊີວິດ 105.000 ຄົນ.