ເສດຖະກິດຫວຽດນາມ ຈະຂະຫຍາຍຕົວເຖິງ 7,1% ໃນປີໜ້າ

364

ຂ່າວສານຫວຽດນາມລາຍງານວ່າ: ຍອດລວມຜະລິດຕະພັນພາຍໃນປະເທດຫວຽດນາມ ( GDP ) ປີນີ້ຈະຂະຫຍາຍຕົວ 2,8% ກ່ອນຈະເພີ່ມຂຶ້ນເປັນ 7,1% ໃນປີ 2021.

ກຸ່ມບໍລິສັດ ທະນາຄານສາກົນ ສິງກະໂປ ( UOB ) ໃຫ້ຂໍ້ສັງເກດວ່າ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕ ທີ່ແນ່ນອນ ເນື່ອງຈາກ ຫວຽດນາມ ສາມາດຄວບຄຸມການລະບາດຂອງພະຍາດໂຄວິດ – 19 ໃນ 2 ຮອບສຳເລັດຜົນຢ່າງໄວວາ, ສ້າງເງື່ອນໄຂໃຫ້ແກ່ການຟື້ນຟູການຜະລິດ – ເສດຖະກິດຢູ່ພາຍໃນປະເທດ. ນອກນີ້, ທະນາຄານ UOB ຍັງຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ແມ່ນ 3% ແລະ ໄຕມາດ 4 ແມ່ນ 4% ສຳລັບປີນີ້.