ມາສດາ ເປີດໂຕລົດໃໝ່ 3 ລຸ້ນ ສະຫຼອງຄົບຮອບ 100 ປີ

341

ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ ໄດ້ຈັດພິທີເປີດໂຕລົດໃໝ່ 3 ລຸ້ນ ຄື:  Mazda3 Sport, Mazda3 Sedan ແລະ CX-30 ລຸ້ນພິເສດຄົບຮອບ 100 ປີຂອງ Mazda ຢ່າງເປັນທາງການທີ່ຫ້ອງຂາຍ Mazda ບ້ານໂພສີ ເມືອງສີໂຄດ ນະຄອນຫຼວງວຽງຈັນ.

ທ່ານ ອູ່ເງິນ ແສງເພັດ ຝ່າຍການຕະຫຼາດກ່າວວ່າ: ໃນປີ 2020 ນີ້ ບໍລິສັດ Mazda ປະເທດຍີ່ປຸ່ນ ໄດ້ມີອາຍຸຄົບຮອບ 100 ປີພໍດີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດຂຶ້ນມາພວກເຮົາໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກລູກຄ້າຕະຫຼອດມາ, ທົ່ວທຸກມຸມໂລກ ອັນໄດ້ສ້າງແຮງບັນດານໃຈໃຫ້ Mazda ຂອງພວກເຮົາພັດທະນານະວັດຕະກຳໃໝ່ໆເພື່ອໃຫ້ທ່ານໄດ້ຊົມໃຊ້ຄຽງຄູ່ກັນໄປຕະຫຼອດ.

ໃນປີ 1920, Mazda ໄດ້ເລີ່ມຕົ້ນຈາກການສ້າງຕັ້ງບໍລິສັດຜະລິດໄມ້ຄ໋ອກ ( Cork ) ຂຶ້ນຢູ່ເມືອງ Hiroshima ປະເທດຍີ່ປຸ່ນ ໂດຍແມ່ນ ທ່ານ Jujiro Matsuda ເປັນຜູ້ກໍ່ຕັ້ງ ຕໍ່ມາໄດ້ມີແນວຄິດ ແລະ ຈຸດປະສົງທີ່ຈະສ້າງລົດ ເພື່ອມາຮັບໃຊ້ສັງຄົມ, ຈາກນັ້ນລົດຄັນທຳອິດຂອງ Mazda ກໍໄດ້ຖືກສ້າງຂຶ້ນໃນປີ 1930 ຕາມມາດ້ວຍລຸ້ນອື່ນໆອອກສູ່ຕະຫຼາດໄດ້ຢ່າງຕໍ່ເນື່ອງ; ຍ້ອນມີແນວຄິດ ແລະ ວິໄສທັດທີ່ກວ້າງໄກທີ່ຍາມໃດກໍໃຝ່ຝັນເຖິງຄວາມທ້າທາຍ ແລະ ຄົ້ນຄວ້ານະວັດຕະກຳໃໝ່ໆ, ສະນັ້ນໃນຍຸກປີ 1960 ຈຶ່ງໄດ້ອອກແບບ ແລະ ຜະລິດລົດທີ່ມີຊື່ສຽງລະດັບໂລກຂຶ້ນ ເຊິ່ງເອີ້ນວ່າ R360 Coupe ໂດຍໄລຍະນັ້ນເປັນລົດທີ່ໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝສຸດ ນຳໃຊ້ວັດສະດຸທີ່ເບົາທົນທານ, ຂັບເຄື່ອນດ້ວຍເກຍໂອໂຕ, ອອກແບບໄດ້ຢ່າງໂດດເດັ່ນ – ມີຊີວິດຊີວາ, ສ້າງຄວາມຮືຮາ, ດຶງດູດສາຍຕາໃນສັງຄົມຍຸກນັ້ນ; ລົດຄັນນີ້ໄດ້ມີການປະສົມປະສານລະຫວ່າງໂທນສີຂາວ ແລະ ສີແດງຊ້ຳບົ່ງບອກເຖິງ ຄວາມເປັນສະປອດ ແລະ ຄວາມຫຼູຫຼາ.

ສະນັ້ນ, ລົດລຸ້ນພິເສດ ” ລຸ້ນຄົນຮອບ 100 ປີ ” ທີ່ຈະເປີດຕົວໃນມື້ນີ້ຈຶ່ງໄດ້ແຮງບັນດານໃຈຈາກໂທນສີດັ່ງກ່າວເຂົ້າມານຳໃຊ້.

ຈຸດເດັ່ນໆທີ່ແຕກຕ່າງຈາກລຸ້ນທົ່ວໄປມີ: ເບາະໜັງອອກແບບຢ່າງສະດຸດຕາດ້ວຍສີແດງຊ້ຳ, ຜ້າພົມ ແລະ ຜ້າປູພື້ນໃຫ້ຄວາມກົມກືນດ້ວຍສີແດງຊ້ຳ, ໂລໂກ້ສີແດງຊ້ຳ 100 ປີ ຕິດໃນລໍ້ແມັກໃຫ້ຄວາມເປັນເອກະລັກ, ໝອນເທິງເບາະໜ້າມີໂລໂກ້ສີແດງຊ້ຳ 100 ປີຢ້ຳໃສ່, ແກ້ມໜ້າລົດມີໂລໂກ້ ຄົບຮອບ 100 ປີຕິດໃສ່, ກຸນແຈຣີໂໝດມາພ້ອມກ່ອງບັນຈຸ ແລະ ຢ້ຳດ້ວຍໂລໂກ້ 100 ປີໃສ່ຢ່າງສະຫງ່າງາມ.

ລົດລຸ້ນພິເສດຄົບຮອບ 100 ປີ ສ້າງຂຶ້ນເພື່ອລະນຶກເຖິງປະຫວັດສາດຂອງ Mazda ແລະ ເພື່ອມອບໂອກາດທີ່ຈະໃຫ້ລູກຄ້າທີ່ສະໜັບສະໜູນຕະຫຼອດມາ ສາມາດເປັນເຈົ້າຂອງເພື່ອເປັນສ່ວນໜຶ່ງຂອງປະຫວັດສາດອັນດີງາມ.