ເປີດຂະບວນການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນທີ່ກອງພັນໃຫຍ່ 641

110

ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ( ນວ ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໄດ້ເປີດຂະບວນການຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2020 ຢູ່ທີ່ກອງພັນໃຫຍ່ ປ້ອງກັນອາກາດ 641 ເມື່ອວັນທີ 6 ກັນຍາຜ່ານມາ ໂດຍເປັນການເຂົ້າຮ່ວມຂອງ ທ່ານ ວົງທອງ ຄຳກິແກ້ວ ຮອງຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ, ມີທ່ານ ພັນເອກ ນວນຕາ ທັນມະຈັກ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພັນໃຫຍ່ປ້ອງກັນອາກາດ 641, ທ່ານ ສົມພະນາ ທິດດາວັນ ຮອງຫົວໜ້າພະແນກການຕະຫຼາດ ທຄຕລ, ພ້ອມດ້ວຍບັນດານາຍ ແລະ ພົນທະຫານເຂົ້າຮ່ວມ.

ໂອກາດນີ້, ທ່ານ ວົງທອງ ຄຳກິແກ້ວ ໃຫ້ຮູ້ວ່າ: ໃນປີ 2020 ແຜນຂອງສ່ວຍສາອາກອນເກັບລາຍຮັບຈາກພາສີທີ່ດິນ 23,69 ຕື້ກີບ, ແຜນການເກັບລາຍຮັບຈາກຄ່າທຳນຽມທາງ 65 ຕື້ກີບ ລວມຕົວເລກທັງໝົດ 87,69 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດເກັບລາຍທັງໝົດໃນ 9 ເດືອນສ່ວຍສາອາກອນ ນວ ສາມາດປະຕິບັດເກັບລາຍຮັບໄດ້ທັງໝົດ 718,72 ຕື້ກີບ ເທົ່າກັບ 63,90% ຂອງແຜນດັດແກ້. ໃນນັ້ນ, ພາສີທີ່ດິນປະຕິບັດໄດ້ 16,19 ຕື້ກີບ ເທົ່າກັບ 68,33% ຂອງແຜນການປີ, ຄ່າທຳນຽມທາງ ປະຕິບັດໄດ້ 48,31 ຕື້ກີບ ທຽບໃສ່ແຜນການປີ 74,32%.

ຂະນະທີ່ ທ່ານ ພັນເອກ ນວນຕາ ທັນມະຈັກ ໄດ້ກ່າວຕື່ມວ່າ: ການເປີດຂະບວນການຊຳລະຄ່າທຳນຽມທາງ ແລະ ພາສີທີ່ດິນໃນຄັ້ງນີ້, ກໍໄດ້ປຸກລະດົມຈິດໃຈໃຫ້ອ້າຍນ້ອງຢູ່ພາຍໃນກອງພັນໃຫຍ່ປ້ອງກັນອາກາດ 641, ກະຕຸກຊຸກຍູ້ ແລະ ອຳນວຍ ຄວາມສະດວກໃຫ້ບັນດາອ້າຍນ້ອງນາຍ – ພົນທະຫານເຂົ້າມາມີສ່ວນຮ່ວມເສຍຄ່າທຳນຽມທາງ, ພາສີທີ່ດິນປະຈຳປີ 2020 ໃຫ້ຄົບຖ້ວນ, ທັນເວລາ ແລະ ເປັນຂະບວນການຟົດຟື້ນ, ອັນສຳຄັນກໍແມ່ນສ້າງຂະບວນການໃຫ້ເປັນແບບຢ່າງໃນຕໍ່ໜ້າສະແດງເຖິງສະຕິຕື່ນຕົວ ແລະ ຖືເປັນຄັ້ງທຳອິດກໍຖືເປັນບົດຮຽນ ແລະ ສະດວກໃນການຊຳລະໃນຄັ້ງຕໍ່ໄປ.

( ເນື້ອໃນ – ຮູບ: ກະຊວງການເງິນ )