ຄຳມ່ວນ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17

131

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໄໝທີ IX ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2020 ທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ມີບັນດາສະຫາຍໃນຄະນະປະຈຳ, ຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການ ແລະ ບັນດາອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 17 ( ສະໄໝທີ IX ) ທ້າຍສະໄໝນີ້ ໄດ້ດຳເນີນເປັນເວລາ 2 ວັນ ( ວັນທີ 7 – 8 ຕຸລາ 2020 ) ເຊິ່ງໄດ້ພ້ອມກັນສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 16 ສະໄໝທີ IX, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງ    ແຂວງ ໄລຍະ 9 ເດືອນປີ 2020 ແລະ ແຜນຈຸດສຸມໃນ 3 ເດືອນທ້າຍປີ.

ຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ( ລາຍ   ຮັບ – ລາຍຈ່າຍ ) ປະຈຳ 9 ເດືອນປີ 2020 ແລະ ແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2020 ແລະ ບັນດາພະແນກການ ໂດຍສະເພາະລົງເລິກຂົງເຂດເສດຖະກິດ – ວັດທະນະທໍາຈຳນວນໜຶ່ງ, ພ້ອມທັງຮັບຟັງການລາຍງານການກະກຽມຄວາມພ້ອມຂອງຄະນະອະນຸກຳມະການດ້ານເນື້ອໃນກອງປະຊຸມໃຫຍ່ສະໄໝທີ X ຂອງອົງຄະນະພັກແຂວງທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້ ເປັນຕົ້ນກໍແມ່ນຮ່າງລາຍງານການເມືອງສະບັບຫຍໍ້, ຮ່າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ 9 ( 2021 – 2025 ) ສະບັບຫຍໍ້, ຮ່າງບົດສຳຫຼວດນຳພາລວມຂອງຄະນະບໍລິຫານງານພັກແຂວງ ( ສະໄໝທີ IX ) ແລະ ຮ່າງໂຄງການດຳເນີນງານຕະຫຼອດສະໄໝກອງປະຊຸມ ຄັ້ງທີ X ຂອງອົງຄະພັກແຂວງ.