ບໍລິສັດ ທະວີຊັບຄົບວົງຈອນ ກຽມສໍາຫຼວດຄໍາຕົກຂ້ອນຢູ່ເມືອງທ່າໂທມ

343

ບໍລິສັດ ທະວີຊັບຄົບວົງຈອນ ກຽມສຶກສາ, ສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ – ເຕັກນິກໃນການຂຸດຄົ້ນຫີນແຮ່, ຊາຍ ແລະ ແຮ່ຕິດພັນ ( ຄໍາຕົກຂ້ອນ ) ຢູ່ເມືອງທ່າໂທມ ໃນເນື້ອທີ່ 5,56 ກິໂລຕາແມັດ ໄລຍະເວລາ 6 ເດືອນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ລະຫວ່າງອົງການປົກຄອງແຂວງໄຊສົມບູນ ຕາງໜ້າອົງການປົກຄອງແຂວງ ໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ທະວີຊັບຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2020 ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ.

ຈຸດປະສົງເພື່ອລົງນາມໃນບົດບັນທຶກ ຄວາມເຂົ້າໃຈເພື່ອສຶກສາ, ສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ – ເຕັກນິກໃນການຂຸດຄົ້ນຫີນແຮ່, ຊາຍ ແລະ ແຮ່ຕິດພັນ ( ຄໍາຕົກຂ້ອນ ) ຢູ່ເຂດນໍ້າຊານ ບ້ານທິດນູນ ຫາ ບ້ານຍາມຈະເລີນໄຊ ເມືອງທ່າໂທມ, ໃນເນື້ອທີ່ 5,56 ກິໂລຕາແມັດ ໄລຍະ 6 ເດືອນ ທີ່ບໍລິສັດຈະຕ້ອງໄດ້ສຶກສາ, ສໍາຫຼວດຂໍ້ມູນ ແລະ ລາຍລະອຽດພື້ນທີ່ຂອງໂຄງການ ໂດຍສະເພາະແມ່ນສ້າງບົດວິພາກເສດຖະກິດ – ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ທໍາມະຊາດເບື້ອງຕົ້ນ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນໃນການສ້າງສາພັດທະນາແຂວງໄຊສົມບູນ ຕິດພັນກັບ ດຳລັດ 414/ລບ ທັງເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ, ສ້າງໃຫ້ປະຊາຊົນມີວຽກເຮັດງານທໍາ.

ການເຊັນສັນຍາມີຂຶ້ນລະຫວ່າງ ທ່ານ     ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ກັບ ທ່ານ ກິ ພົມມະນີ ອໍານວຍການບໍລິສັດ ທະວີຊັບຄົບວົງຈອນ ຈໍາກັດຜູ້ດຽວ ແລະ ພະແນກພະລັງງານ ແລະ ບໍ່ແຮ່, ເຈົ້າເມືອງທ່າໂທມ ຮ່ວມເປັນເປັນສັກຂີພິຍານ ໂດຍຊ້ອງໜ້າຄະນະນໍາແຂວງ ແລະ ພະຍານທັງສອງຝ່າຍ.

( ຮູບ- ຂໍ້ມູນ: ຈໍນີທໍ່ )