ເມືອງມຸນລະປາໂມກ ສຳຫຼວດຖານຂໍ້ມູນລາຍຮັບຫົວໜ່ວຍທຸລະກິດ

154

ຫ້ອງການການເງິນເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດຂະບວນການສຳຫຼວດຖານຂໍ້ມູນລາຍຮັບຫົວໜ່ວຍທຸລະກິດ ພ້ອມທັງຊຸກຍູ້ການປະຕິບັດພັນທະເຂົ້າງົບປະມານ ປະຈຳປີ 2020 ຂຶ້ນໃນວັນທີ 9 ຕຸລາ 2020 ໂດຍການເປັນປະທານຂອງ ທ່ານ ວັນລະເດດ ແກ້ວຈັນທາ ຮອງເຈົ້າເມືອງໆມຸນລະປາໂມກ, ເຂົ້າຮ່ວມມີ ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າສ່ວຍສາອາກອນແຂວງຈຳປາສັກ.

ທ່ານ ສຸກກະເສີມ ສີຫານຸວົງ ໄດ້ມີຄຳເຫັນແນະນໍາຄະນະກຳມະການເດີນສຳຫຼວດ ທີ່ໄດ້ຮັບການແຕ່ງຕັ້ງຂອງເມືອງ ເປັນຕົ້ນເອກະສານສຳຫຼວດຖານຂໍ້ມູນລາຍຮັບຂອງຫົວໜ່ວຍທຸລະກິດ, ຮ່າງຕາຕະລາງການເກັບຂໍ້ມູນຍານພາຫະນະ, ຮ່າງຕາຕະລາງຂໍ້ມູນຕອນດິນ ແລະ ແລກປ່ຽນປະກອບຄຳຄິດເຫັນລົງເລິກສຸມໃສ່ບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງໃນໄລຍະຜ່ານມາ.

ທ່ານ ວັນລະເດດ ແກ້ວຈັນທາ ກໍໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ຄະນະກຳມະການ ທີ່ໄດ້ຮັບການແຕ່ງຕັ້ງຕົວຈິງໃນເທື່ອນີ້ຕ້ອງໄດ້ຄົ້ນຄວ້າ, ທຳຄວາມເຂົ້າໃຈກ່ຽວກັບນິຕິກຳຕ່າງໆທີ່ຈະນຳໄປຜັນຂະຫຍາຍ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດ, ພໍ່ແມ່ປະຊາຊົນແຕ່ລະທ້ອງຖິ່ນເຂົ້າໃຈເລິກເຊິ່ງ ແລ້ວຫັນມາປະກອບສ່ວນເຂົ້າໃນການປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ ຕາມກົດໝາຍທີ່ກຳນົດໄວ້ ໂດຍຖືເອົາວຽກງານການໂຄສະນາດ້ວຍຫຼາຍວິທີການ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການລົງເກັບກຳສະຖິຕິຖານຂໍ້ມູນຕ່າງໆ ພາຍໃນເມືອງມຸນລະປາໂມກເກີດມີຄວາມສະດວກ ທັງຮັບປະກັນຄວາມຖືກຕ້ອງ, ຊັດເຈນ ເພື່ອເປັນຖານຂໍ້ມູນໃນການສ້າງແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງໃນຊຸມປີຕໍ່ໜ້າອີກດ້ວຍ.

 

( ຮູບ – ຂໍ້ມູນ: ໜູລີ່ ຊາພັກດີ )