ໂຄ້ງສຸດທ້າຍການປະຕິບັດຍຸດທະສາດ ລຶບລ້າງຄອບຄົວທຸກຍາກໃຫ້ເຫຼືອຕໍ່າກວ່າ 5%

140

ໄລຍະ 3 ເດືອນທ້າຍປີ 2020 ນີ້ ກໍຖືວ່າເປັນໂຄ້ງສຸດທ້າຍຂອງການປະຕິບັດແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງລັດຖະບານທີ່ຕັ້ງເປົ້າໝາຍ ໄວ້ ໂດຍສະເພາະແມ່ນອີງ  ໃສ່ແຜນຍຸດທະສາດ 5 ປີ ( 2016 – 2020 ) ທີ່ຈະສູ້ຊົນລຶບລ້າງຄອບຄົວທຸກຍາກໃນຂອບເຂດທົ່ວປະເທດໃຫ້ຫຼຸດລົງຕໍ່າກວ່າ 5% ແລະ ບ້ານທຸກຍາກຫຼຸດຕໍ່າລົງກວ່າ 10%.

ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການລຶບລ້າງຄວາມທຸກຍາກ ໃຫ້ໄດ້ຮັບໝາກຜົນ ແລະ ຕີຖອຍຄວາມທຸກຍາກໃຫ້ຫຼຸດລົງເປັນກ້າວໆ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຂັ້ນສູນກາງ ຈຶ່ງໄດ້ກຳນົດແຜນຍຸດທະສາດ 5 ປີ ( 2016 – 2020 ) ໃນການສູ້ຊົນເຮັດໃຫ້ອັດຕາ ຄວາມທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 10% ຂອງຈຳນວນປະຊາກອນທັງໝົດ, ຄອບຄົວທີ່ທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 5% ຂອງຄອບຄົວທັງໝົດ, ບ້ານທີ່ທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 10% ຂອງຈຳນວນບ້ານທັງໝົດ ແລະ ເມືອງທີ່ທຸກຍາກໃຫ້ຫຼຸດລົງ 10% ຂອງຈຳນວນເມືອງທັງໝົດໃນທົ່ວປະເທດ.

ອີງຕາມບົດສະຫຼຸບຂອງຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໃຫ້ຮູ້ວ່າ: ໃນແຜນຍຸດທະສາດ 5 ປີ ( 2016 – 2020 ) ຄາດວ່າຈະສູ້ຊົນຈັດຕັ້ງປະຕິບັດວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້ ຄື: ສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 10% ຂອງຈຳນວນປະຊາກອນທັງໝົດ; ຄອບຄົວທີ່ທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 5% ຂອງຄອບຄົວທັງໝົດ ( ຈາກ 6,59% ໃນປີ 2015 ).

ບ້ານທີ່ທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 10% ຂອງຈຳນວນບ້ານທັງໝົດ ແລະ ເມືອງທີ່ທຸກຍາກໃຫ້ຫຼຸດລົງ 10% ຂອງຈຳນວນເມືອງທັງໝົດໃນທົ່ວປະເທດ; ສູ້ຊົນສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ໄດ້ຫຼາຍກວ່າ 50% ຂອງຈຳນວນບ້ານທັງໝົດ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ເພື່ອເປັນໃຈກາງການບໍລິການທາງດ້ານເສດຖະກິດ – ສັງຄົມຢູ່ເຂດຫ່າງໄກສອກຫຼີກຢ່າງໜ້ອຍແຂວງລະ 2 – 3 ແຫ່ງຂຶ້ນ ແລະ ສ້າງເມືອງພັດທະນາໃຫ້ໄດ້ຫຼາຍກວ່າ 10% ຂອງຈຳນວນເມືອງທັງໝົດ.

ສູ້ຊົນຈັດພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນໃນເຂດເປົ້າໝາຍທີ່ແກ້ໄຂບັນຫາການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍໃຫ້ສຳເລັດໂດຍພື້ນຖານ; ສູ້ຊົນບັນລຸເປົ້າໝາຍສະຫັດສະວັດ ເພື່ອການພັດທະນາທີ່ຍັງຄົງຄ້າງໃຫ້ໄດ້ຕາມຄາດໝາຍ ແລະ ເປົ້າໝາຍດ້ານການພັດທະນາແບບຍືນຍົງ ( SDG ) ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ເພື່ອຮັບປະກັນການຈັດຕັ້ງແຜນຍຸດທະສາດ 2016 – 2020 ນີ້ ໃຫ້ບັນລຸຄາດໝາຍທີ່ກຳນົດໄວ້ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຂັ້ນສູນກາງ ແລະ ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຮ່ວມກັນຈັດຕັ້ງປະຕິບັດວຽກງານຈຸດສຸມໃຫຍ່ ຄື: 1. ດ້ານການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ; 2. ດ້ານການພັດທະນາຊົນນະບົດ; 3. ດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ; 4. ດ້ານການພົວພັນຮ່ວມມືກັບສາກົນ ແລະ ພາກພື້ນເປັນຕົ້ນ.

ພ້ອມທັງເອົາໃຈໃສ່ວາງແຜນງານ ແລະ ໂຄງການຈຸດສຸມບຸລິມະສິດ, ແຜນຄວາມຕ້ອງການງົບປະມານການລົງທຶນ ແລະ ບັນດານະໂຍບາຍ, ກົນໄກຕ່າງໆໃນການຈັດຕັ້ງປະຕິບັດ ແລະ ການຕິດຕາມປະເມີນຜົນ.