ເຄັກຊິບຟອນ ເນື້ອນຸ້ມເບົາມາພ້ອມລົດຊາດຊັອກໂກແລັດ ແລະ ກ້ວຍຫອມ

120

ເຄັກ ເປັນອາຫານຫວານຊະນິດໜຶ່ງທີ່ມີຕົ້ນກຳເນີດມາຈາກຕ່າງປະເທດ ເຊິ່ງໄດ້ເຮັດໃຫ້ເຂົ້າໜົມເຄັກໄດ້ແຜ່ລາມໄປໃນຫຼາຍປະເທດ ແລະ ເປັນເມນູທີ່ນິຍົມຫຼາຍ ເຄັກແມ່ນຈະມີຫຼາກຫຼາຍແບບ ຫຼາກຫຼາຍຊະນິດ ເຮັດໃຫ້ເດັກນ້ອຍ ແລະ ຜູ້ໃຫຍ່ຈະມັກກິນເປັນພິເສດ ເພາະວ່າເຂົ້າໜົມເຄັກຈະມີເນື້ອສຳຜັດທີ່ນຸ້ມ ຫວານ ຫອມ ແຊບ ຈຶ່ງເຮັດໃຫ້ຄົນມັກນິຍົມກິນ ແລະ ມື້ນີ້ເຮົາກໍ່ໄດ້ນຳເອົາສູດການເຮັດເຄັກຊິບຟອນມາຝາກຜູ້ອ່ານໄດ້ໄປລອງເຮັດກິນເບິ່ງ.

ສ່ວນປະສົມ

ໄຂ່ໄກ່ 4 ໜ່ວຍ

ໄຂ່ຂາວ 1 ໜ່ວຍ

ນ້ຳຕານຊາຍ 40 ກຣາມ/ 90 ກຣາມ

ນົມຂຸ້ນຈືດ 100 ກຣາມ

ນ້ຳມັນລຳເຂົ້າ 50 ກຣາມ

ກ້ວຍຫອມບົດ 100 ກຣາມ

ແປ້ງເຄັກ 80 ກຣາມ

ຜົງໂກໂກ້ 25 ກຣາມ

ເກືອ 1/2 ບ່ວງຊາ

ຄຣີມ 1/8 ບ່ວງຊາ

ວິທີເຮັດ

1 ຕັ້ງເຕົາອົບທີ່ອຸນຫະພູມ 200 ອົງສາ ໄຟເທິງ-ໄຟລຸ່ມ ກຽມພິມໃສ່ເຄັກຊິບຟອນຂະໜາດ 8 ນິ້ວ.

2 ຮ່ອນແປ້ງເຄັກ, ຜົງໂກໂກ້ ແລະ ເກືອ ໃຫ້ເຂົ້າກັນເພື່ອກຽມໄວ້.

3 ແຍກໄຂ່ຂາວ ແລະ ໄຂ່ແດງອອກຈາກກັນ ຕີໄຂ່ແດງກັບນ້ຳຕານຊາຍ 40 ກຣາມ ດ້ວຍກະຕໍ້ມືໃຫ້ນ້ຳຕານຊາຍລະລາຍດີ ໃສ່ນົມຂຸ້ນຈືດ ກ້ວຍບົດ ແລະ ນ້ຳມັນລຳເຂົ້າປະສົມໃຫ້ເຂົ້າກັນ ໃສ່ເຄື່ອງແຫ້ງທີ່ຮ່ອນໄວ້ລົງໄປຕີໃຫ້ເຂົ້າກັນດີ.

4 ນຳໄຂ່ຂາວ ແລະ ຄຣີມ ໃສ່ໃນພາຊະນະທີ່ປະສົມ ຕີໃຫ້ຕັ້ງຍອດອ່ອນດ້ວຍຫົວຕີກະຕໍ້ໃສ່ນ້ຳຕານຊາຍ 90 ກຣາມລົງໄປເທື່ອລະບ່ວງແກງຈົນໝົດ ແລະ ຕີຕໍ່ໃຫ້ຕັ້ງຍອດດີ.

5 ນຳສ່ວນປະສົມຂອງເມີແຣງ (ໄຂ່ຂາວ) ປະມານ 1/4 ຂອງທັງໝົດ ລົງໃສ່ສ່ວນປະສົມໄຂ່ແດງ ພ້ອມຄ່ອຍໆຄົນສ່ວນປະສົມທັງໝົດ ແລ້ວຈຶ່ງໃສ່ສ່ວນປະສົມເມີແຣງທີ່ເຫຼືອທັງໝົດລົງໄປ ຄົນອີກຄັ້ງໝຶ່ງເພື່ອໃຫ້ນຽນເຂົ້າກັນດີ.

6 ໃສ່ເຄັກທີ່ປະສົມແລ້ວລົງໃນພິມ ນຳເຂົ້າເຕົາອົບເປັນເວລາ 30 ນາທີ ຫຼື ຈົນສູກດີ.

7 ນຳເອົາເຄັກອອກມາພັກໃຫ້ເຢັນລົງທີ່ອຸນຫະພູມຫ້ອງໃນລັກສະນະຂວ່ຳພິມ ເພື່ອໃຫ້ເຄັກຊິບຟອນບໍ່ຍຸບໂຕ ເມື່ອເຄັກເຢັນໂຕລົງດີແລ້ວ ໃຊ້ໄມ້ພາຍ ຫຼື ມີດບາງໆ ສະໄລເຄັກຊິບຟອນອອກຈາກພິມ.