ພະຍາດລຳໄສ້ອັກເສບຊ້ຳເຮື້ອ ສາເຫດ ອາການ ແລະ ວິທີປິ່ນປົວ

0
333

ພະຍາດລຳໄສ້ອັກເສບຊ້ຳເຮື້ອ (Inflammatory Bowel Disease-IBD) ເປັນກຸ່ມພະຍາດຂອງການອັກເສບໃນລະບົບທາງເດີນອາຫານ ທີ່ຍັງບໍ່ຮູ້ສາເຫດຂອງການເກີດພະຍາດທີ່ຊັດເຈນ ອາດເກີດຈາກລະບົບພູມຄຸ້ມກັນຂອງຮ່າງການຜິດປົກກະຕິ ກຳມະພັນ ແລະ ສາມາດເກີດຂຶ້ນໄດ້່ໃນຄົນທຸກກຸ່ມອາຍຸ ໂດຍປັດຈຸບັນຄົນໃນອາຊີມີການປ່ຽນແປງການໃຊ້ຊີວິດ ແລະ ການຮັບປະທານອາຫານແບບຕາເວັນຕົກຫຼາຍຂຶ້ນ ຈຶ່ງເກີດພະຍາດລຳໄສ້ອັກເສບຊ້ຳເຮື້ອຫຼາຍຂຶ້ນ ຖ້າຫາກປ່ອຍຖິ້ມໄວ້ ຫຼື ຮັກສາບໍ່ຖືກຕ້ອງອາດເປັນອັນຕະລາຍເຖິງຊີວິດ ລວມເຖິງເພີ່ມໂອກາດການເກີດມະເຮັງລຳໄສ້ໃຫຍ່ອີກ.

ພະຍາດລຳໄສ້ອັກເສບຊ້ຳເຮື້ອ (Inflammatory Bowel Disease-IBD) ເປັນກຸ່ມພະຍາດຂອງການອັກເສບໃນລະບົບທາງເດີນອາຫານ ແບ່ງອອກເປັນ 2 ປະເພດຫຼັກໆ ຄື: ພະຍາດລໍາໄສ້ອັກເສບ (Ulcerative Colitis) ແລະ ພະຍາດໂຄຣນ (Crohn’s disease) ຊຶ່ງອາການລໍາໄສ້ໃຫຍ່ອັກເສບ ຈະຈໍາກັດຢູ່ພຽງບໍລິເວນລຳໄສ້ໃຫຍ່ ຂະນະທີ່ພະຍາດໂຄຣນ ອາດເກີດຂຶ້ນກັບລະບົບທາງເດີນອາຫານສ່ວນໃດກໍ່ໄດ້ ຕັ້ງແຕ່ປາກຈົນໄປເຖິງທະວານໜັກ ປົກກະຕິມັກເກີດຢູ່ທີ່ລຳໄສ້ນ້ອຍສ່ວນປາຍ ແລະ ລຳໄສ້ໃຫຍ່ສ່ວນຕົ້ນ ແນວໃດກໍ່ຕາມທັ້ງ 2 ພະຍາດນີ້ ສົ່ງຜົນໃຫ້ເກີດບາດແຜ ແລະ ມີເລືອດອອກບໍລິເວນລະບົບທາງເດີນອາຫານ ລວມເຖິງເຮັດໃຫ້ລຳໄສ້ບີບໂຕໄວຂຶ້ນ ຜູ້ປ່ວຍມັກມີອາການເຈັບທ້ອງ ຖອກທ້ອງຢ່າງຮຸນແຮງ ອ່ອນເພຍ ແລະ ນ້ຳໜັກຫຼຸດ.

ສາເຫດຂອງພະຍາດລຳໄສ້ອັກເສບຊ້ຳເຮື້ອ

ປັດຈຸບັນຍັງບໍ່ຮູ້ສາເຫດຂອງການເກີດພະຍາດທີ່ຊັດເຈນ ແພດ ແລະ ຜູ້ຊ່ຽວຊານລົງຄວາມເຫັນວ່າອາດເກີດຈາກລະບົບພູມຄຸ້ມກັນຮ່າງກາຍຜິດປົກກະຕິ ມີການສ້າງເມັດເລືອດຂາວໃນເຍື້ອບຸທາງເດີນອາຫານຫຼາຍເກີນໄປ ສົ່ງຜົນໃຫ້ເກີດການອັກເສບຊ້ຳເຮື້ອ ແລະ ນຳໄປສູ່ການອຸດຕັນຂອງລຳໄສ້ ທັ້ງນີ້ ກຳມະພັນກໍ່ອາດຈະເປັນອີກສາເຫດສຳຄັນ ໂດຍສະເພາະຫາກສະມາຊິກໃນຄອບຄົວມີປະຫວັດປ່ວຍເປັນລຳໄສ້ອັກເສບຈະເຮັດໃຫ້ມີຄວາມສ່ຽງເພີ່ມຫຼາຍຂຶ້ນກວ່າຄົນປັກກະຕິເຖິງ 20%.

ນອກຈາກນີ້ຍັງພົບວ່າ ທັ້ງພະຍາດໂຄຣນ ແລະ ລຳໄສ້ອັກເສບຊ້ຳເຮື້ອ ສາມາດເກີດຂຶ້ນໄດ້ໃນຄົນທຸກກຸ່ມອາຍຸ ແຕ່ພະຍາດໂຄຣນມັກໄດ້ຮັບການບົ່ງມະຕິໃນຜູ້ທີ່ມີອາຍຸລະຫວ່າງ 20-30 ປີ ໃນຂະນະທີ່ພະຍາດລໍາໄສ້ອັກເສບມັັກເກີດກັບຜູ້ທີ່ມີອາຍຸ 15-35 ປີ ລວມເຖິງຊາວຕາເວັນຕົກມີແນວໂນ້ມເກີດຫຼາຍກວ່າຊາວຕາເວັນອອກ ຈຶ່ງພົບເຫັນການເກີດພະຍາດຫຼາຍຂຶ້ນ.

ອາການຂອງລຳໄສ້ອັກເສບຊ້ຳເຮື້ອ

ອາການລຳໄສ້ອັກເສບຊ້ຳເຮື້ອມີຄວາມຫຼາກຫຼາຍ ຂຶ້ນຢູ່ກັບບໍລິເວນທີ່ມີການອັກເສບ ແລະ ຄວາມຮຸນແຮງຂອງພະຍາດ ໂດຍມີອາການທົ່ວໄປ ດັ່ງນີ້:

-ປວດເກັງຊ່ອງທ້ອງ

-ເປັນໄຂ້

-ປຸ້ນທ້ອງອາຈຽນ

-ອ່ອນເພຍ

-ນ້ຳໜັກຫຼຸດ

-ເລືອດຈາງ

ອາດພົບອາການອື່ນຮ່ວມນຳ ເຊັ່ນ: ປວດຕາມຂໍ້ຕໍ່, ການເບິ່ງເຫັນຜິດປົກກະຕິ ຫຼື ມີບາດໃນປາກ ໂດຍອາການເຫຼົ່ານີ້ມັກເປັນໆ ເຊົາໆ ຊ້ຳເຮື້ອເປັນປີ ແລະ ກັບມາເປັນຊ້ຳອີກ.

ການຮັກສາພະຍາດລຳໄສ້ອັກເສບຊ້ຳເຮື້ອ

ເບິ່ງແຍງອາຫານ ແລະ ໂພຊະນາການ ເຊິ່ງຍັງບໍ່ພົບວ່າອາຫານຊະນິດໃດທີ່ສາມາດຮັກສາ ຫຼື ມີຜົນເຮັດໃຫ້ພະຍາດລຳໄສ້ອັກເສບຊ້ຳເຮື້ອ ແຕ່ການຮັບປະທານອາຫານຄົບ 5 ໝູ່ ໃນປະລິມານທີ່ເໝາະສົມເປັນສິ່ງສຳຄັນ ທັ້ງນີ້ໃນຊ່ວງທີ່ມີອາການ ແນະນຳໃຫ້ຮັບປະທານອາຫານປະລິມານນ້ອຍຕະຫຼອດໝົດມື້ ດື່ມນ້ຳໃຫ້ພຽງພໍ ຫຼີກລຽງອາຫານທີ່ມີໄຂມັນສູງ ງົດດື່ມທາດເຫຼົ້າ ແລະ ຄາເຟອິນ.

ຮັບປະທານຢາເພື່ອໃຫ້ເຍື້ອບຸລຳໄສ້ຄືນສູ່ສະພາບປົກກະຕິ ຜູ້ປ່ວຍຄວນຮັບປະທານຢາສະໝ່ຳສະເໝີ ແລະ ພົບແພດໝໍຕາມນັດເພື່ອຄວບຄຸມອາການບໍ່ໃຫ້ກັບມາເປັນຊ້ຳ.

ພະຍາດລຳໄສ້ອັກເສບຊ້ຳເຮື້ອ ອາດມີອາການຮຸນແຮງ ມັກເປັນໆ ເຊົາໆ ຈົນຜູ້ປ່ວຍສ່ວນໃຫຍ່ບໍ່ໃສ່ໃຈ ແລະ ປ່ອຍຖິ້ມໄວ້ໂດຍບໍ່ພົບແພດໝໍ ຫາກເກີດພາວະອັກເສບຕໍ່ເນື່ອງ ແລະ ບໍ່ໄດ້ຮັບການຮັກສາຢ່າງຖືກຕ້ອງ ອາດເຮັດໃຫ້ອັນຕະລາຍເຖິງຊີວິດໄດ້ ເນື່ອງຈາກສູນເສຍເກືອແຮ່ ສານອາຫານ ແລະ ເລືອດອອກໄປກັອາຈົມຈຳນວນຫຼາຍ ລວມເຖິງສົ່ງຜົນໃຫ້ຜູ້ປ່ວຍມີພາວະເລືອດຈາງ ແລະ ອາການແຊກຊ້ອນອື່ນໆ ຈົນມີໂອກາດເປັນມະເຮັງລຳໄສ້ໃຫຍ່ໄດ້ໃນທີ່ສຸດ.

LEAVE A REPLY

Please enter your comment!
Please enter your name here