ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ນໍ້າເບີ 23 ແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ

135

ລາຍງານສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 12 ຕຸລາ 2020, ສະເພາະປະເທດລາວເຮົາ ແມ່ນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອກໍລະນີທີ 23 ແມ່ນຍັງກວດພົບເຊື້ອຢູ່ ແລະ ຍອດຜູ້ຕິດເຊື້ອຍັງສະສົມຢູ່ທີ່ 23 ກໍລະນີ.

ໃນວັນທີ 12 ຕຸລາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ທັງໃນລາວ ແລະ ທົ່ວໂລກ ວ່າ: ມາຮອດວັນທີ 12 ຕຸລາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 214 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອໂຄວິດ-19 ແມ່ນ 37.729.729 ຄົນ; ເສຍຊິວິດ 1.081.119 ຄົນ ເຊິ່ງກວມເອົາ 2,86 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 28.332.354 ຄົນ ເຊິ່ງກວມເອົາ 75 % ຂອງຜູ້ຕິດເຊື້ອທັງໝົດ.

ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 11 ຕຸລາ 2020; ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 1.216 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 11 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 156 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 107 ຕົວຢ່າງ, ແຮງງານໄທ 5 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 41 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 2 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 23 ມາກວດຄືນ 1 ຕົວຢ່າງ; ເຊິ່ງຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 11 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສຳລັບຜູ້ຕິດເຊື້ອນ້ຳເບີ 23 ແມ່ນຍັງພົບເຊື້ອຢູ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58.078 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ. ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນໍ້າເບີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິຫຍັງ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຕື່ມວ່າ: ບັນຫາສຳຄັນແມ່ນ ການລາຍງານຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກທົ່ວໂລກ ຍັງມີທ່າອ່ຽງ ເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ.ຈຶ່ງຂໍຮຽກຮ້ອງຈາກທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນປົກປ້ອງຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ ໂດຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເປັນຕົ້ນ ການລ້າງມືເລື້ອຍໆ ໂດຍໃຊ້ສະບູ່ ແລະ ນ້ຳສະອາດ ຫຼື ເຈລລ້າງມືທີ່ປະສົມເຫຼົ້າ, ຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກດັງ ເມື່ອໄປສະຖານທີ່ ທີ່ມີຜູ້ຄົນແອອັດ, ບໍ່ເອົາມືສຳຜັດຕາ, ດັງ ຫຼື ປາກ, ເມື່ອທ່ານໄອຈາມ ຄວນໃຊ້ແຂນພັບຂໍ້ສອກປິດປາກ, ກິນຮ້ອນໃຊ້ບ່ວງກາງ ແລະ ໄປພົບແພດ ເມື່ອທ່ານຮູ້ສຶກບໍ່ສະບາຍ; ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ.