ພະຍາກອນອາກາດປະຈຳວັນທີ 12 ຕຸລາ! ຍັງຈະມີຝົນຕົກ ຢູ່ບັນດາແຂວງພາກກາງ ແລະ ໃຕ້

137

ພະຍາກອນອາກາດປະຈຳວັນທີ 12/10/2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລະບູວ່າ: ພາຍຸດີເປຼຊັນປະຈຸບັນຍັງເຄື່ອນທີ່ຢູ່ທາງພາກໃຕ້ ຫາ ພາກກາງຂອງປະເທດລາວ, ຊຶ່ງໃນເວລາ 7 ໂມງເຊົ້າຂອງມື້ນີ້ ມີຈຸດສູນກາງຢູ່ເສັ້ນຂະ ໜານທີ 15.0 ອົງສາເໜືອ ແລະ ເສັ້ນແວງທີ 107.0 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກຢ່າງຊ້າໆ ແລະ ຈະສືບຕໍ່ເຄື່ອນທີ່ເຂົ້າທາງພາກເໜືອດ້ານຕາເວັນອອກຂອງປະເທດໄທ.

ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ຕື່ມອີກ ໃນໄລຍະ 1 ຫາ 2 ວັນນີີ້.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ.

ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ສ່ວນສະພາບອາກາດຕົວຈິງ ປະຈຳວັນທີ 12 ຕຸລາ 2020 ຝົນແຮງສຸດໃນ24ຊົ່ວໂມງຜ່ານມາ ແມ່ນຢູ່ເມືອງດາກຈຶງ ແຂວງເຊກອງ ແທກໄດ້60ມິນລິແມັດ, ຮອງມາແມ່ນ ອັດຕະປື ແລະ ປາກຊ່ອງ.

.

.

.