ຝົນ​ຕົກ,ນ້ຳ​ຖ້ວມກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ກາງ, ເຂດ​ໄຕ​ງວຽນ ຂອງຫວຽດນາມ

173

ອີງຕາມຂ່າວສານຫວຽດນາມລາຍງານໃນວັນທີ 11 ຕຸລາ2020ໃຫ້ຮູ້ວ່າ: ມີ 9 ຄົນເສຍຊີວິດ, 11 ຄົນຫາຍສາບສູນ. ນອກນັ້ນຍັງມີເຮືອນ ຫຼາຍເຖິງ33.400 ຫຼັງຖືກເປເພ, ທາງລົດໄຟເໜືອ-ໃຕ້ຕອນຜ່ານແຂວງເທື່ອທຽນເຫ້ວ ຖືກນ້ຳຖ້ວມ.

ສະພາບຝົນຕົກ, ນ້ຳຖ້ວມໃນຊຸມມື້ຜ່ານມາ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງທາງພາກກາງ ແລະ ເຂດໄຕງວຽນ. ຕາມຂໍ້ມູນຂ່າວຈາກຫ້ອງການປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄຟທຳມະຊາດແລ້ວ, ໄລ່ຮອດວັນທີ 10 ຕຸລາ, ມີ 9 ຄົນເສຍຊີວິດ, 11 ຄົນຫາຍສາບສູນ; ເຮືອນ 33.400 ຫຼັງຖືກເປເພ, ທາງລົດໄຟເໜືອ-ໃຕ້ຕອນໄປຜ່ານແຂວງເທື່ອທຽນເຫ້ວ ຖືກນ້ຳຖ້ວມ.

ຕາມສູນອຸຕຸນິຍົມອຸທົກກະສາດແຫ່ງຊາດແລ້ວ, ໃນເວລາ 10 ໂມງຂອງວັນທີ 11 ຕຸລາ ພາຍຸຫົວທີ 6 ປີ 2020 ມີຊື່ສາກົນແມ່ນ LINFA ໄດ້ເຂົ້າຝັ່ງບັນດາແຂວງ ກວາງນາມ, ກວາງງ້າຍ ແລະ ອ່ອນລົງເປັນຄວາມດັນອາກາດຕ່ຳ.

ບັນດາແຂວງເຊັ່ນເທື່ອທຽນເຫ້ວ, ກວາງນາມ, ກວາງງ້າຍ ເກີດຝົນຕົກໜັກ. ສະພາບນ້ຳຖ້ວມຢູ່ບັນດາແຂວງດັ່ງກ່າວ ຍັງສືບຕໍ່ຫຍູ້ງຍາກສັບສົນ. ຂະນະທີ່ອຳນາດການປົກຄອງແຂວງດັ່ງກ່າວ ພວມຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງໂດຍພາຍຸກໍ່ຂຶ້ນ, ໜູນຊ່ວຍການດຳລົງຊີວິດຂອງປະຊາຊົນໃຫ້ກັບຄືນສູ່ສະພາບເປັນປົກກະຕິ.