ບົດສະຫຼຸບລາວລີກ 1 ປີ 2020 ດາວຍິງສູງສຸດມີ 2 ຄົນ ແລະ ລາວໂຕໂຢຕ້າ ເອັຟຊີ ແຊັມ 5 ສະໄໝ

192

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ປິດສາກຢ່າງເປັນທາງການ ໃນຕອນແລງວັນທີ 11 ຕຸລາ 2020 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີການແຂ່ງຂັນ 2 ນັັດ.

ຜ່ານການແຂ່ງຂັນປາກົດວ່າ: ລາວໂຕຢຕ້າ ເອັຟຊີ ຊະນະ ປກສ ເອັຟຊີ 3-1, ສ່ວນ ມາສເຕີ 7 ເອັຟຊີ ເອົາຊະນະ ວຽງຈັນ ເອັຟທີ 5-2.
ບົດສະຫຼຸບ ເປບຊີ ລາວລີກ 1 ລະດູການ 2020:
-ແຊັມເປັນຂອງ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມລີກສູງສຸດຂອງ ສປປ ລາວ ເປັນສະໄໝທີ 5 ຕໍ່ຈາກປີ 2015, 2017, 2018 ແລະ 2019
-ຮອງແຊັມ: ມາສເຕີ 7 ເອັຟຊີ

-ອັນດັບ 3 ຊ້າງນ້ອຍ ເອັຟຊີ
-ດາວຍິງສູງສຸດ: ໂກເມສ ຄອສຕ້າ ແລະ ແກ້ວວຽງເພັດ ຍິງໄດ້ 12 ປະຕູເທົ່າກັນ

-ນັກເຕະດີເດັ່ນ: ແກ້ວວຽງເພັດ ລິດທິເດດ
-ຜູ້ຮັກສາປະຕູດີເດັ່ນ: ສຸກທະວີ ສູນດາລາ ຜູ້ຮັກສາປະຕູຂອງ ລາວໂຕໂຢຕ້າ ເອັຟຊີ

-ຄູຝຶກດີເດັ່ນ: ຈຸນ ຟູກຸດະ ຫົວໜ້າຄູຝຶກຂອງ ລາວໂຕໂຢຕ້າ ເອັຟຊີ