ວັນທີ11 ຕຸລາ 2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ແຕ່ວັນທີ 11-13 ຕຸລາ 2020
ໂດຍລະບຸວ້່: ເນື່ອງຈາກວ່າ ພາຍຸໝຸນເຂດຮ້ອນ ລິນຟາ (Linfa) ຫົວທີ 15 ປະຈາປີ 2020 ທີ່ກໍາລັງກໍ່ຕົວຢູ່ທະເລຈີນໃຕ້ ຊຶ່ງໃນເວລາ 7:00 ໂມງ ຂອງວັນທີ 11 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.7 ອົງສາເໜືອ ແລະ ເສັ້ນແວງທີ 109.5 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ.
ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງເຂດພາກໃຕ້ຂອງ ສສ ຫວຽດນາມ ໃນຄໍ່າຄືນຂອງມື້ນີ້ ແລະ ຈະສືບຕໍ່ເຄື່ອນເຂົ້າຜ່ານທາງພາກໃຕ້ ຫາ ພາກກາງຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 11 ຫາ 13 ຕຸລາ 2020 ນີ້.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ.
ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ
ສ່ວນລະດັບນໍ້າສາຍສຳຄັນນັບແຕ່ຄຳມ່ວນ ຮອດອັດຕະປື ຫຼາຍສາຍແມ່ນ ລະດັບນໍ້າເພີ່ມຂຶ້ນຢ່າງໄວວ ແລະ ບາງສາຍແມ່ນໃກ້ເຂດລະວັງໄພແລ້ວ.
.