ນະຄອນຫຼວງວຽງຈັນ ຈູດທຳລາຍສິ່ງເສບຕິດຫຼາຍກວ່າ 600 ກີໂລ

93

ຢາບ້າ, ເຮໂລອິນ, ອາໄອສ໌, ກັນຊາ ,ຢາອີ ລວມຫຼາຍຮ້ອຍກີໂລຖືກຈູດທໍາລາຍຖິ້ມຕໍ່ໜ້າມວນຊົນເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ຕິດພັນກັບໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 19 ປີ.


ຕອນເຊົ້າວັນທີ 10/10/2020 ນີ້ທີ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍຢາບ້າ ແລະ ສິ່ງເສບຕິດທີ່ຢຶດໄດ້ ຈຳນວນ 600 ກວ່າກີໂລກຣາມ ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນໍານະຄອນຫຼວງ, ບັນດາທູຕານຸທູດ-ຜູ້ຕາງໜ້າອົງການຈັດຕັ້ງສາກົນ; ພຣະເຖຣານຸເຖຣະ, ອໍານາດການປົກຄອງ ຕະຫຼອດຮອດນັກຮຽນ-ນັກສຶກສາ.


ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນກ່າວວ່າ: ໃນ 1 ປີຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 951 ຄັ້ງ, ກັກຕົວຜູ້ກະທໍາຜິດໄດ້ 1.291 ຄົນ ຍິງ 147 ຄົນ ມີຄົນຕ່າງປະເທດ 24 ຄົນ ຍິງ 1 ແລະ ຄະດີທີ່ໄດ້ດໍາເນີນສໍາເລັດ 632 ເລື່ອງ ຍັງສືບຕໍ່ດໍາເນີນ 319 ເລື່ອງ ພ້ອມທັງຢຶດຂອງກາງຄະດີປະເພດຕ່າງໆໄດ້ເຊັ່ນ: ຢາບ້າ ຈໍານວນ 2.662.498 ເມັດ, ຮີໂຣອິນ 1 ກີໂລ 992 ກຣາມ, ຢາໄອສ໌ 846 ກີໂລ 644 ກຣາມ, ກັນຊາ 51,6 ກຣາມ, ຢາອີ 10 ເມັດ; ຢຶດລົດໃຫຍ່ 8 ຄັນ, ລົດຈັກ 38 ຄັນ, ປືນສັ້ນ 2 ກະບອກ, ໂທລະສັບ 40 ໜ່ວຍ, ທີ່ດິນພ້ອມເຮືອນ 8 ຕອນ ແລະ ປະເພດວັດຖຸມີຄ່າ: ຄໍາ 1,934 ກຣາມ, ເງິນ 6.921 ໂດລາສະຫະລັດ, 267.130 ບາດ, 1.234.000 ກີບ.


ທ່ານ ກ່າວຕື່ມວ່າ: ພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 19 ປີນີ້ (12/10/2001-12/10/2020) ຈະໄດ້ທໍາລາຍຢາເສບຕິດທີ່ສານຕັດສິນໃຫ້ຮີບນໍາໄປທໍາລາຍຖິ້ມ ຈໍານວນທີ່ໄດ້ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດຄື: ເຮໂລອິນ 2 ກີໂລ 741 ກຣາມ, ຢາບ້າ 152 ກີໂລ, ຢາໄອສ໌ 16 ກີໂລ, ໂຄເຄນ 3 ກີໂລ, ຝິ່ນ 19 ກຣາມ, ນໍ້າຢາຝິ່ນ 539 ກຣາມ, ກັນຊາແຫ້ງ 484 ກິໂລ 40 ກຣາມ, ຢາເມັດສີຂາວ 8 ກຣາມ, ແປ້ງຝຸ່ນສີຂາວ 1 ກຣາມ, ແປ້ງຝຸ່ນສີແດງ 173 ກຣາມ, ສີປະສົມອາຫານ 37 ກຣາມ ແລະ ນໍ້າເຄມີ 2 ແກ້ວ ລວມທັງໝົດ 659 ກີໂລ 650 ກຣາມ ແລະ ນໍ້າເຄມີ 2 ແກ້ວ.

ຫຼັງຈາກນັ້ນ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ນໍາພາບັນດາທ່ານແຂກທີ່ຖືກເຊີນຈູດທໍາລາຍສິ່ງເສບຕິດ ແລະ ຂອງຜິດກົດໝາຍດັ່ງກ່າວ