ຄະນະນຳແຂວງສາລະວັນ ລົງຕິດຕາມກວດກາເສັ້ນທາງອາສົກ-ອາຈາ ທີ່ໄດ້ຮັບຜົນເສຍຫາຍຈາກໄພທຳມະຊາດ

93

ໃນວັນທີ 9 ຕຸລາ 2020 ນີ້, ທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ,ຫົວຫນ້າຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບຄະນະພະແນກໂຍທາທິການ ແລະ ຂົ່ນສົ່ງແຂວງ ລົງຊຸກຍູ້ວຽກງານການເມືອງ-ແນວຄິດ ຢູ່ເມືອງສະຫມ້ວຍ

ຫລັງຈາກນັ້ນ ໄດ້ລົງຕິດຕາມ,ກວດກາເສັ້ນທາງອາສົກ-ອາຈາ ຮ່ວມກັບຄະນະນໍາຂອງເມືອງ ຕາມການກວດກາຕົວຈິງ ເຫັນວ່າເສັ້ນທາງອາສົກ-ອາຈາໄດ້ຮັບຜົນເສຍຫາຍຈາກໄພທຳມະຊາດເປັນບາງຈຸດ.

ພະຍາກອນອາກາດປະຈຳວັນທີ 10/10/2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລະບຸວ່າ:  ຄວາມກົດດັນອາກາດສູງຈາກປະເທດເທດຈີນໄດ້ມີກໍາລັງແຮງເພີ່ມຂຶ້ນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ, ພ້ອມດຽວກັນພາຍຸດີເປຼຊັນໄດ້ກໍ່ໂຕຢູ່ທະເລຈີນໃຕ້,ຊຶ່ງໃນເວລາ 7 ໂມງເຊົ້້າມື້ນີ້ມີຈຸດໃຈກາງຢູ່ເສັ້ນຂະໜານທີ່ 13,5 ອົງສາເໜືອ ແລະ ເສັ້ນແວງທີ 114,3 ອົງສາຕາເວັນອອກ,ພວມເຄື່ອນທີ່ໄປທາງທິດຕາເວັນຕົກຢ່າງຊ້າໆ

ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 10 ຫາ 12 ຕຸລາ 2020 ນີ້.

ແຈ້ງເຕືອນລະດັບແມ່ນໍ້າສາຂາ ແກ້ງກອກ(ເຊຈໍາພອນ) ປະຈຸບັນແມ່ນໄດ້ຂຶ້ນກາຍເຂດລະວັງໄພແລ້ວ, ຊຶ່ງໃນຕອນເຊົ້າມຶ້ນິ້ແທກໄດ້ 7 ແມັດ 78 ຊັງຕືແມັດ(ເຂດລະວັງໄພແມ່ນ 7 ແມັດ 50 ຊັງຕີແມັດ) ແລະ ແມ່ນໍ້າສາຂາ ເຊໂປນ (ເຊບັ້ງຫຽງ) ແມ່ນໄດ້ຂຶ້ນກາຍເຂດອັນຕະລາຍ ແລະ ໃນຕອນເຊົ້າມຶ້ນິ້ແທກໄດ້ 18 ແມັດ 30 ຊັງຕີແມັດ (ເຂດອັນຕະລາຍແມ່ນ 17 ແມັດ 00 ຊັງຕີແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງ ທຸກພາກສ່ວນທີ່ອາໃສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.