ປະກາດບ້ານຄຳແກ້ວ ເມືອງຫີນບູນ ເປັນຕົວເມືອງນ້ອຍໃນຊົນນະບົດ

252

ພິທີປະກາດ ແລະ ຮັບຮອງເອົາບ້ານຄຳແກ້ວ ເມືອງຫີນບູນ ແຂວງຄຳມ່ວນ ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2020 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາທ່ານການນຳຂັ້ນແຂວງ, ເມືອງອ້ອມຂ້າງ, ພະແນກການ, ຕະຫຼອດເຖິງ ຂະແໜງການຕ່າງໆໃນທົ່ວເມືອງຫີນບູນ ພ້ອມດ້ວຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນ ບ້ານຄຳແກ້ວ ເຂົ້າຮ່ວມ.


ທ່ານ ກອບແກ້ວ ດວງພະຈັນ ນາຍບ້ານຄຳແກ້ວ ໄດ້ຜ່ານສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ບ້ານຄຳແກ້ວ ໃນໄລຍະຜ່ານມາວ່າ: ບ້ານຄຳແກ້ວ ແມ່ນນອນຢູ່ໃນການກຳນົດເປັນຈຸດສຸມຂອງເມືອງ ແລະ ແຂວງ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015, ຢູ່ຫ່າງຈາກເທສະບານເມືອງຫີນບູນ 27 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງຄຳມ່ວນ 50 ກິໂລແມັດ, ປະກອບມີ 277 ຄອບຄົວ. ໃນນັ້ນມີຄອບຄົວພະນັກງານກວມເອົາ 44%, ຄອບຄົວຊາວຄ້າຂາຍກວມ 14% ແລະ ຄອບຄົວປະຊາຊົນ 42%, ມີພົນລະເມືອງ 1.451 ຄົນ, ມີເນື້ອທີ່ທັງໝົດ 12.557.065 ຕາແມັດ, ພື້ນທີ່ສ່ວນໃຫຍ່ເປັນເຂດທົ່ງພຽງ ມີສາຍນໍ້າຫີນບູນໄຫຼຜ່ານ ເຊິ່ງເໝາະແກ່ການສ້າງຊົນ ລະປະທານເຂົ້າໃນການປູກຝັງ, ລ້ຽງສັດ ແລະ ການປະມົງ ພ້ອມທັງມີທາງຫຼວງແຫ່ງຊາດ ເລກທີ 13 ຕັດຜ່ານ ເຊິ່ງເປັນໃຈກາງທາດ້ານເສດຖະກິດ-ສັງຄົມຂອງຈຸດສຸມ.

ພາຍໃນບ້ານແມ່ນມີລະບົບກົນຈັກທີ່ທັນສະໄໝ ນຳໃຊ້ເຂົ້າໃນ ການຜະລິດກະສິກຳ, ມີຫຼາຍຄອບຄົວທີ່ປະກອບອາຊີບລ້ຽງສັດແບບເປັນຟາມ ເປັນຕົ້ນລ້ຽງງົວ, ແບ້, ປາ ແລະ ສັດປີກ ເຊິ່ງສາມາດສ້າງລາຍຮັບໄດ້ຢ່າງໝັ້ນຄົງ. ນອກນັ້ນຍັງມີລະບົບພື້ນຖານໂຄງລ່າງອຳນວຍຄວາມສະດວກອື່ນໆ ທີ່ເປັນ ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງບ້ານ.


ທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ ກໍໄດ້ຜ່ານການປະເມີນສ້າງບ້ານຄຳແກ້ວ ເປັນຕົວເມືອງນ້ອຍ ໃນຊົນນະບົດ ໂດຍສອດຄ່ອງຕາມດຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຖານພົ້ນທຸກ ແລະ ມາດຖານພັດທະນາ ເຊິ່ງບ້ານຄຳແກ້ວ ໄດ້ປະກາດຮັບຮອງເປັນບ້ານພັດທະນາໃນປີ 2012, ມີຫົວໜ່ວຍຜະລິດ ການກະເສດຕະກອນ 3 ຫົວໜ່ວຍທີ່ໝັ້ນຄົງ, ເປັນໃຈກາງທາງດ້ານເສດຖະກິດ, ມີເສັ້ນທາງຄົມມະນາຄົມເຊື່ອມຈອດ ກັບບັນດາບ້ານໃນເທສະບານ ແລະ ບ້ານອ້ອມຂ້າງພາຍໃນເມືອງ ສາມາດທຽວໄດ້ 2 ລະດູ, ມີພື້ນຖານການຜະລິດ ຂອງປະຊາຊົນ ທີ່ຮັບປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ມີຕະຫຼາດຖາວອນ, ສູນບໍລິການ ທາງດ້ານໂທລະຄົມມະນາຄົມ, ສູນລວມບໍລິການເຕັກນິກກະສິກໍາ, ໜ່ວຍບໍລິການທະນາຄານ, ໂຮງຮຽນ, ໂຮງໝໍ, ລະບົບໄຟຟ້າ, ປະຊາຊົນມີລາຍຮັບສະເລ່ຍ 17 ລ້ານກວ່າກີບຕໍ່ຄົນຕໍ່ປີ ແລະ ມາດຖານອື່ນໆ.


ຜ່ານການຕີລາຄາປະເມີນຜົນ ຂອງຄະນະກຳມະການແຕ່ລະຂັ້ນ ຕາມ 16 ມາດຖານ ເຫັນວ່າ ຈຸມສຸມຄຳແກ້ວ ມີ 15 ມາດຖານ ທີ່ຄົບຖ້ວນຕາມດຳລັດ 348/ລບ ເຊິ່ງກວມເອົາ 93,75% ຂອງມາດຖານສ້າງເປັນ ຕົວເມືອງນ້ອຍ, ຍັງ 1 ມາດຖານ ກໍ່ຄື ບໍ່ມີລະບົບນໍ້າປະປາ ແຕ່ບົນພື້ນຖານປະຊາຊົນບ້ານຄຳແກ້ວ ແມ່ນໄດ້ຊົມໃຊ້ ນ້ຳສະອາດກວມ 100% ຂອງຈຳນວນຄອບຄົວທັງໝົດ ແລະ ໄດ້ສຳເລັດການສຳຫຼວດອອກແບບນໍ້າປະປາຊຸມຊົນ ເພື່ອສະເໜີເຂົ້າງົບປະມານຂອງລັດໃນຕໍ່ໜ້າ. ຈາກນັ້ນທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ມອບໃບຢັ້ງຢືນຮັບຮອງເອົາ ບ້ານຄຳແກ້ວ ເປັນຕົວເມືອງນ້ອຍໃນຊົນນະບົດ ພ້ອມທັງຮ່ວມເປີດປ້າຍ ແລະ ລັ່ນຄ້ອງ ເພື່ອຢັ້ງຢືນຢ່າງເປັນທາງການ.