ແອເອເຊຍ ສະເໜີຂໍປັບໂຄງສ້າງໜີ້ກວ່າ 63 ຕື້ຣິງກິດ

141

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສາຍການບິນແອເອເຊຍ ເອັກສ ( AirAsia X ) ສາຍການບິນຕົ້ນທຶນຕ່ຳຂອງມາເລເຊຍ ສະເໜີຂໍປັບໂຄງສ້າງໜີ້ ມູນຄ່າ 63,5 ຕື້ຣິງກິດ ແລະ ບັນຊີອື່ນໆທີ່ອາດໄດ້ຮັບການຍົກເວັ້ນ.

ບໍລິສັດປະເຊີນກັບສະພາບຄ່ອງດ້ານການເງິນຢ່າງຮຸນແຮງ ລວມທັງການຊຳລະໜີ້ ແລະ ພັນທະທາງການເງິນອື່ນໆ ເຖິງວ່າພະຍາຍາມຄວບຄຸມຄ່າໃຊ້ຈ່າຍຕ່າງໆນາໆ ລວມທັງຫຼຸດເງິນເດືອນພະນັກງານ ແລະ ຫຼຸດຄ່າໃຊ້ຈ່າຍຕ່າງໆພາຍໃນບໍລິສັດແລ້ວ ເມື່ອປະເມີນຈາກສະຖານະການທາງການເງິນໃນປັດຈຸບັນແລ້ວ ເຫັນວ່າບໍລິສັດຍັງມີບັນຫາດ້ານການເງິນຢ່າງຮຸນແຮງ.