ອິນໂດເນເຊຍ ປະທ້ວງຕ້ານກົດໝາຍເອື້ອປະໂຫຍດຕໍ່ນາຍທຶນ

173

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕຳຫຼວດອິນໂດເນເຊຍ ໃຊ້ແກັສນໍ້າຕາ ແລະ ປືນສີດນ້ຳແຮງດັນສູງສະຫຼາຍການຊຸມນຸມຂອງກຸ່ມແຮງງານ ແລະ ນັກສຶກສາທີ່ປະທ້ວງລັດຖະບານອອກກົດໝາຍສ້າງງານ ຫຼື Job Creation Bill ທີ່ພວກເຂົາຄິດວ່າເປັນການເອື້ອປະໂຫຍດໃຫ້ແກ່ກຸ່ມນາຍທຶນ, ຂະນະທີ່ລັດຖະບານຄາດວ່າ ກົດໝາຍສະບັບນີ້ຈະສາມາດດຶງດູດການລົງທຶນເຂົ້າສູ່ອິນໂດເນເຊຍຫຼາຍຂຶ້ນ.

ທັງນີ້, ຊາວອິນໂດເນເຊຍ ໄດ້ພ້ອມກັນເດີນຂະບວນປະທ້ວງໃນເມືອງຕ່າງໆທົ່ວປະເທດ ເມື່ອວັນທີ 6 ຕຸລາຜ່ານມາ, ຂະນະທີ່ສະຫະພາບແຮງງານຂອງອິນໂດເນເຊຍຄາດການວ່າຈະມີປະຊາຊົນເຂົ້າຮ່ວມການຊຸມນຸມປະມານ 2 ລ້ານຄົນໃນທົ່ວປະເທດ ເປັນເວລາ 3 ວັນ ໂດຍການຊຸມນຸມໄດ້ເລີ່ມຂຶ້ນທີ່ນະຄອນຫຼວງຈາກາຕາ ແລະ ອີກຫຼາຍເມືອງ ໂດຍສະເພາະເກາະສຸມາດຕຣາ ແລະ ເກາະສຸລາເວສີ.

ທັງນີ້, ເມື່ອວັນທີ 5 ຕຸລາຜ່ານມາ ລັດຖະສະພາອິນໂດເນເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ໂດຍມີການປັບປຸງແກ້ໄຂເນື້ອໃນຫຼາຍກວ່າ 70 ມາດຕາ ເພື່ອປະຕິຮູບເສດຖະກິດຂອງປະເທດ ແຕ່ຜູ້ອອກແຮງງານຂອງອິນໂດເນເຊຍກັງວົນວ່າ ກົດໝາຍສະບັບນີ້ຈະສົ່ງຜົນກະທົບຕໍ່ການຈ້າງງານ ເນື່ອງຈາກຈະເຮັດໃຫ້ຜູ້ອອກແຮງງານບໍ່ໄດ້ຮັບເງິນບຳນານ ແລະ ສະຫວັດດີການຕ່າງໆ ຫາກໄດ້ເຮັດສັນຍາເປັນພະນັກງານຕະຫຼອດອາຊີບນຳບໍລິສັດ.