ນັກວິໄຈເຜີຍຜົນການທົດລອງວັກແຊັງຕ້ານໂຄວິດຂອງຈີນ ປອດໄພ

103

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜົນການສຶກສາເບື້ອງຕົ້ນ ເຊິ່ງປາກົດໃນເອກະສານວິຊາການແພດອອນລາຍ ( medRxiv ) ລະບຸວ່າວັກແຊັງຕ້ານໂຄວິດ – 19 ທີ່ສະຖາບັນການແພດຂອງ ສປ ຈີນ ກຳລັງທົດລອງຢູ່ນັ້ນມີ ຄວາມປອດໄພ, ບໍ່ມີຜົນຂ້າງຄຽງຮ້າຍແຮງ ແລະ ຍັງກໍ່ໃຫ້ເກີດການຕອບສະໜອງທາງພູມຄຸ້ມກັນ.

ການທົດລອງດັ່ງກ່າວເປັນການທົດລອງໃນກຸ່ມອາສາສະໝັກທີ່ມີສຸຂະພາບແຂງແຮງ ຈຳນວນ 158 ຄົນ ມີອາຍຸແຕ່ 18 – 59 ປີ.

ຜົນການສຶກສາພົບວ່າ: ຜົນຂ້າງຄຽງທີ່ມັກພົບເຫັນໃນການໃຊ້ວັກແຊັງດັ່ງກ່າວ ສ່ວນຫຼາຍອາການບໍ່ຮ້າຍແຮງ ເຊັ່ນ: ອາການປວດເມື່ອຍ, ອາການແດງ, ບວມ ແລະ ຄັນບໍລິເວນທີ່ສີດວັກແຊັງ ໂດຍຄະນະນັກວິໄຈຈະສຶກສາປະສິດທິພາບຂອງວັກແຊັງຊະນິດນີ້ຕໍ່ໄປ.

ປັດຈຸບັນ ສປ ຈີນ ມີວັກແຊັງຕ້ານໂຄວິດ – 19 ທີ່ຍັງຢູ່ໃນໄລຍະການທົດລອງທາງຄລີນິກຂັ້ນສຸດທ້າຍຢ່າງໜ້ອຍ 4 ຊະນິດ ແລະ ໄດ້ສີດວັກແຊັງບາງຊະນິດກັບເຈົ້າໜ້າທີ່ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງແລ້ວຫຼາຍແສນຄົນ ເຊິ່ງນັກວິຊາການບາງຄົນກັງວົນເຖິງ ຄວາມປອດໄພ ເພາະຍັງບໍ່ມີວັກແຊັງຊະນິດໃດທີ່ຜ່ານການທົດລອງທາງຄລີນິກຄົບຕາມຂັ້ນຕອນເທື່ອ.