ເຕັກນິກການປູກຜັກຫົມແບບງ່າຍໆ ປູກໄວ້ກິນກໍໄດ້ ປູກຂາຍກໍດີ

139

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄວາມຮູ້ກະສິກໍາໃນມື້ນີ້ຜູ້ຂຽນຂໍຍົກເອົາພືດພື້ນບ້ານ ເຊິ່ງເຊື່ອວ່າຫຼາຍທ່ານຈະຮູ້ຈັກ ແລະ ເຄີຍຮັບປະທານມາແລ້ວ ນັ້ນກໍຄືຜັກຫົມ ພືດທີ່ຄົນລາວນິຍົມບໍລິໂພກ ໂດຍສະເພາະແມ່ນການນໍາມາເປັນເຄື່ອງປະກອບກັບຊີ້ນຈຸ່ມຊີ້ນດາດອາຫານຍອດນິຍົມ.

ຜັກຫົມ ມີຫຼາຍຊະນິດແຕກຕ່າງກັນ ມີທັງຊະນິດມີລໍາຕົ້ນ ແລະ ໃບໃຫຍ່; ຊະນິດໃບນ້ອຍ, ມີສີຂຽວ ແລະ ສີແດງຊໍ້າ ຫຼື ສີບົວປະປົນກັນໄປ ແຕ່ທີ່ນິຍົມບໍລິໂພກຫຼາຍໃນຕອນນີ້ແມ່ນຊະນິດນ້ອຍຕົ້ນອ່ອນທີ່ມີລວງສູງປະມານ 1 ຄືບ ສັງເກດເຫັນໄດ້ຈາກການຊື້ – ຂາຍຢູ່ຕະຫຼາດໃນແຕ່ລະວັນ ເຊິ່ງຖືເປັນອີກສິນຄ້າກະສິກໍາໜຶ່ງທີ່ໄດ້ຮັບ ຄວາມນິຍົມຫຼາຍ, ແຕ່ແນວໃດກໍຕາມພືດຊະນິດນີ້ທຸກຄົນສາມາດປູກໄວ້ບໍລິໂພກເອງໄດ້ຕາມບ້ານເຮືອນດ້ວຍວິທີການງ່າຍໆທີ່ຜູ້ຂຽນຈະແນະນໍາຕໍ່ໄປນີ້.

ການກຽມດິນແປງໜານ ເຮັດໄດ້ແບບງ່າຍໆຄືກັບການປູກພືດຜັກຊະນິດອື່ນໆດ້ວຍການຄູນດິນຂຶ້ນໃຫ້ເປັນໜານຕາກດິນໄວ້ປະມານ 1 ອາທິດ ແລ້ວກັບມາຄູນໃໝ່ ພ້ອມເຂົ້າສູ່ຂະບວນການຫວ່ານແກ່ແນວພັນໄດ້ເລີຍ.

ຫຼັງຫວ່ານແກ່ນຜັກຫົມແລ້ວ ໃຫ້ຫວ່ານທັບດ້ວຍດິນ ຫຼື ໃຊ້ເຟືອງຖົມ ພ້ອມຫົດນໍ້າໃຫ້ຊຸ່ມທຸກມື້ ແຕ່ຢ່າຫົດຫຼາຍເກີນໄປໃຫ້ໝັ່ນສັງເກດ ຫາກດິນແຫ້ງກໍໃຫ້ຕື່ມນໍ້າ ແຕ່ຫາກມັນປຽກເກີນໄປຈົນໂຫ້ງກໍຕ້ອງລະບາຍອອກໃຫ້ມັນຢູ່ໃນລະດັບພໍດີຊຸ່ມ.

ນັບຈາກມື້ປູກໃຊ້ເວລາປະມານ 20 – 25 ມື້ ກໍສາມາດເກັບກ່ຽວມາບໍລິໂພກໄດ້ເລີຍ ແຕ່ສໍາລັບຕົ້ນທີ່ຈະຈົ່ງໄວ້ເຮັດແນວພັນແມ່ນໃຫ້ເລືອກເອົາຈຸດທີ່ມີຄວາມສົມບູນກວ່າໝູ່ ພ້ອມປ່ອຍໄວ້ຈົນມັນອອກດອກຕິດຝັກແກ່ເປັນສີນໍ້າຕານ, ໃຫ້ເກັບເອົາເມັດມາຕາກໃຫ້ແຫ້ງແລ້ວເກັບຮັກສາໄວ້ໃນບ່ອນຮົ່ມ ແລະ ເຢັນເພື່ອປູກໃນຄັ້ງຕໍ່ໄປ.

ທີ່ມາ: ລາວ 44 ຂໍ້ມູນຂ່າວສານເພື່ອການະພັດທະນາ