9 ຕຸລາ 2020! ອຸຕຸແຈ້ງເຕືອນ 7 ແຂວງພາກກາງ-ໃຕ້ ລະວັງຝົນຕົກແຮງນໍ້າຖ້ວມ… ສ່ວນສະຫວັນນະເຂດຫຼາຍເມືອງເກີດສະພາບນໍ້າຖ້ວມ

170

ພະຍາກອນອາກາດປະຈຳວັນທີ 09/10/2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລະບຸວ່າ: ຄວາມກົດດັນອາກາດສູງຈາກປະເທດເທດຈີນໄດ້ມີກໍາລັງແຮງເພີ້ມຂຶ້ນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ, ສ່ວນພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອໄດ້ມີກໍາລັງແຮງພັດປົກຄຸມ

ສະພາບນໍ້າຖ້ວມທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ວັນທີ9/10/2020

ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 09 ຫາ 11 ຕຸລາ 2020 ນີ້.

ສະພາບນໍ້າຖ້ວມທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ວັນທີ9/10/2020

ພ້ອມນັ້ນຍັງແຈ້ງເຕືອນລະດັບແມ່ນໍ້າສາຂາ ແກ້ງກອກ(ເຊຈໍາພອນ) ປະຈຸບັນແມ່ນໄດ້ຂຶ້ນກາຍເຂດລະວັງໄພແລ້ວ, ຊຶ່ງໃນຕອນເຊົ້າມຶ້ນີ້ແທກໄດ້ 7 ແມັດ 60 ຊັງຕີແມັດ(ເຂດລະວັງໄພແມ່ນ 7 ແມັດ 50 ຊັງຕີແມັດ) ແລະ ແມ່ນໍ້າສາຂາ ເຊໂປນ (ເຊບັ້ງຫຽງ) ແມ່ນໄດ້ຂຶ້ນກາຍເຂດອັນຕະລາຍ ແລະ ໃນຕອນເຊົ້າມຶ້ນິ້ແທກໄດ້ 18 ແມັດ 20 ຊັງຕີແມັດ (ເຂດອັນຕະລາຍແມ່ນ 17 ແມັດ 00 ຊັງຕີແມັດ).

ສະພາບນໍ້າຖ້ວມທີ່ເມືອງເຊໂປນ ແຂວງສະຫວັນນະເຂດ 9/10/2020

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ.

ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ສະພາບນໍ້າຖ້ວມທີ່ເມືອງເຊໂປນ ແຂວງສະຫວັນນະເຂດ 9/10/2020