ທ່ານ ເອກອັກຄະລັດຖະທູດສະຫະລັດອະເມລິກາປະຈໍາ ສປປ ລາວ ຢ້ຽມຢາມສູນໂພຊະນາການ

99

ໃນຕອນເຊົ້າຂອງວັນທີ 8 ຕຸລາ 2020 ສູນໂພຊະນາການໄດ້ຮັບກຽດຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອະເມລິກາປະຈໍາ ສປປ ລາວ ໃຫ້ກຽດຮ່ວມຕ້ອນຮັບໃນຄັ້ງນີ້ມີ ທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ທ່ານ ດຣ ອ່ອນຈັນ ແກ້ວສະຫວັນ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ດຣ ພອນສະຫວັນ ແກ້ວນະຄອນ ຮັກສາການຫົວໜ້າສູນໂພຊະນາການ ພ້ອມດ້ວຍພະນັກງານໃນສູນໂພຊະນາການ ແລະ ພະນັກງານໂຄງການເສີມສ້າງຄວາມສາມາດຂອງສູນໂພຊະນາການ RTI Lao NIN Project.

ທ່ານໄດ້ຢ້ຽມຊົມພາຍໃນສູນໂພຊະນາການ, ໂຄງການກໍາລັງດໍາເນີນການກໍ່ສ້າງທີ່ຈະສໍາເລັດໃນມໍ່ໆນີ້ ເຂົ້າຮ່ວມສັງເກດກອງປະຊຸມການວາງແຜນຍຸດທະສາດ 5 ປີ ຂອງສູນ ແລະ ຮ່ວມຟັງການລາຍງານການຈັດຕັ້ງປະຕິບັດກິດຈະກໍາຂອງສູນໂພຊະນາການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອະເມລິກາ.

ຂໍ້ມູນຂ່າວ ແລະ ພາບ: ສູນຂ່າວສານການແພດສຸຂະສຶກສາ