ລາວລີກ 1 ອາທິດນີ້ນັດສົ່ງທ້າຍລະດູການ ຕິດຕາມການລຸ້ນອັນດັບ 3 ແລະ ດາວຍິງສູງສຸດ

120

ການແຂ່ງຂັນບານເຕະລາວລີກ 1 ລະດູການ 2020 ນັດສົ່ງທ້າຍອາທິດນີ້ມີ 2 ສິ່ງທີ່ໜ້າຕິດຕາມຫຼັງຈາກການລຸ້ນແຊັມຮູ້ຜົນໄປກ່ອນໜ້ານີ້ແລ້ວ ນັ້ນກໍຄື ການລຸ້ນອັນດັບ 3 ຂອງ ຊ້າງນ້ອຍ ເອັຟຊີ ທີ່ຕ້ອງຊະນະສະຖານດຽວ ບໍ່ດັ່ງນັ້ນອັນດັບຈະພິກທັນທີ, ສ່ວນອີກຢ່າງທີ່ຕ້ອງລຸ້ນຄື ການລຸ້ນດາວຍິງສຸດສຸດ.

ການແຂ່ງຂັນແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ອາທິດສຸດທ້າຍຂອງລະດູການຈະແຂ່ງຂັນໃນທ້າຍອາທິດນີ້ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 15:00 ໂມງທັງ 3 ຄູ່ຄື:
-ວັນເສົາທີ 10 ຕຸລາ 2020 ວຽງຈັນ ເອັຟຊີ ພົບ ຊ້າງນ້ອຍ ເອັຟຊີ ທີ່ສະໜາມໃນ ແລະ ມາສເຕີ 7 ເອັຟຊີ ພົບ ວຽງຈັນ ເອັຟທີ ທີ່ສະໜາມນອກ.
-ວັນອາທິດທີ 11 ຕຸລາ 2020 ລາວໂຕໂຢຕ້າ ເອັຟຊີ ພົບ ປກສ ເອັຟຊີ ທີ່ສະໜາມໃນ.

ຄູ່ທີ່ໜ້າລຸ້ນທີ່ສຸດກໍຄືນັດລະຫວ່າງ ວຽງຈັນ ເອັຟຊີ ພົບກັບ ຊ້າງນ້ອຍ ເອັຟຊີ ເພາະຄູ່ນີ້ຈະເປັນການຕັດສິນອັນດັບ 3 ທັນທີ ເພາະປັດຈຸບັນ ເອັສຣາ ເອັຟຊີ ທີ່ແຂ່ງຂັນຄົບ 12 ມີ 16 ຄະແນນຢຶດອັດນັບ 3 ຂອງຕາຕະລາງຄະແນນລວມ ເຊິ່ງທີມທີ່ຍັງມີລຸ້ນອັນດັບ 3 ກໍຄື ຊ້າງນ້ອຍ ເອັຟຊີ ທີ່ມີ 14 ຄະແນນຍັງເຫຼືອນັດສຸດທ້າຍອາທິດນີ້ ໂດຍ ຊ້າງນ້ອຍ ເອັຟຊີ ຕ້ອງຊະນະ ວຽງຈັນ ເອັຟຊີ ໃຫ້ໄດ້ ເພື່ອແຊງຂຶ້ນຄວ້າອັນດັບ 3, ແຕ່ຖ້າຫາກພາດທ່າອັນດັບ 3 ຈະເປັນຂອງ ເອັສຣາ ເອັຟຊີ ທັນທີ.

ນອກນັ້ນ, ນັດສຸດທ້າຍຖ້າຫາກ ຊ້າງນ້ອຍ ເອັຟຊີ ຖືກ ວຽງຈັນ ເອັຟຊີ ຢໍ້າແຄ້ນອີກຄັ້ງ ( ຮອບຂາໄປ ຊ້າງນ້ອຍ ເສຍ 0-1 ) ກໍຈະເຮັດໃຫ້ອັນດັບພິກແນ່ນອນ ເຊິ່ງຖ້າເປັນດັ່ງນັ້ນກໍຈະເຮັດໃຫ້ໂອກາດຂອງ ວຽງຈັນ ເອັຟຊີ ແຊງຂຶ້ນຢູ່ອັນດັບ 4 ຂອງຕາຕະລາງມີສູງ, ສ່ວນ ປກສ ເອັຟຊີ ທີມອັນດັບ 5 ປັດຈຸບັນມີ 12 ຄະແນນຈະພົບກັບ ແຊັມຢ່າງ ລາວໂຕໂຢຕ້າ ເອັຟຊີ ໃນນັດສຸດທ້າຍກໍຕ້ອງການຊະນະເພື່ອລຸ້ນອັນດັບ 4 ເຊັ່ນດຽວກັນ.

ສ່ວນອີກຢ່າງທີ່ໜ້າຕິດຕາມທ້າຍອາທິດນີ້ກໍຄືການລຸ້ນດາວຍິງສູງສຸດຂອງ ເລຊິໂອ ໂກເມສ ຄອສຕ້າ ກອງໜ້າຊາວບຣາຊິນຂອງ ລາວໂຕໂຢຕ້າ ເອັຟຊີ ຜູ້ນໍາຈາກຈໍານວນ 10 ປະຕູ, ສ່ວນ ແກ້ວວຽງເພັດ ລິດທິເດດ ເຈົ້າຂອງດາວຍິງສູງສຸດລະດູການ 2019 ປັດຈຸບັນຍິງໄດ້ 9 ປະຕູຢູ່ອັນດັບທີ 2 ແລະ ອັນດັບ 3 ປະຈຸບັນເປັນຂອງ ກຽງທະວີສັກ ຍິງໄດ້ແລ້ວ 8 ປະຕູ.

ສໍາລັບ ແຊັມ ແລະ ຮອງແຊັມ ເປບຊີ ລາວລີກ 1 ລະດູການນີ້ ໄດ້ຂໍ້ສະຫຼຸບເປັນທີ່ແນ່ນອນແລ້ວ ແຊັມເປັນຂອງ ລາວໂຕໂຢຕ້າ ເອັຟຊີ ມີ 29 ຄະແນນ ແລະ ຮອງແຊັມເປັນຂອງ ມາສເຕີ 7 ເອັຟຊີ ມີ 22 ຄະແນນຈາກການລົງສະໜາມ 11 ນັດເທົ່າກັນ. ສ່ວນພິທີມອບຂັນແຊັມຈະຈັດຂຶ້ນໃນວັນທີ 11 ຕຸລາ 2020 ຫຼັງຈາກນັດທີ່ ລາວໂຕໂຢຕ້າ ເອັຟຊີ ລົງສະໜາມນັດສົ່ງທ້າຍພົບກັບ ປກສ ເອັຟຊີ ເວລາ 15:00 ໂມງທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ