ເກີດເຫດໄຟໄໝ້ເຮືອນປະຊາຊົນບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ

207

ວັນທີ 6 ຕຸລາ 2020 ຢູ່ບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ ໄດ້ເກີດໄຟໄໝ້ເຮືອນປະຊາຊົນ 1 ຫຼັງ.

ຕາມການລາຍງານຂອງນາຍບ້ານໆດອນ ໄດ້ໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 6 ຕຸລາ 2020 ໄຟໄດ້ໄໝ້ເຮືອນໄມ້ມຸງກະເບື້ອງ, ຝາແອ້ມດ້ວຍໄມ້, ເປັນເຮືອນຂອງພໍ່ເຖົ້າໂສມ ອາຍຸ 80 ປີ ເຫດການດັ່ງກ່າວແມ່ນໄຟໄໝ້ໝົດທັງຫຼັງ ບວກກັບມີກະແສລົມພັດແຮງ ຈຶ່ງເຮັດໃຫ້ການມອດໄຟຂອງປະຊາຊົນເປັນໄປຢ່າງລຳບາກ, ສ່ວນເຄື່ອງຂອງທີ່ສາມາດນຳອອກມາ  ໄດ້ມີພຽງແຕ່ລົດຈັກ Honda wave 100 ຈຳນວນ 1 ຄັນ ກາຍນັ້ນແມ່ນບໍ່ສາມາດນຳອອກມາໄດ້ ໂຊກດີບໍ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບແຕ່ຢ່າງໃດ.

ຕໍ່ເຫດການດັ່ງກ່າວຍັງບໍ່ຮູ້ລາຍລະອຽດວ່າເກີດຍ້ອນຫຍັງ ຍັງຢູ່ໃນຂັ້ນຕອນການກວດສອບຂອງພາກສ່ວນທີ່ກ່ຽວຂ້ອງ.

ມາຮອດເວລາ 11:15 ໂມງ ທາງການນໍາຂັ້ນເມືອງກໍໄດ້ລົງກວດກາຕົວຈິງ ແລະ ໃຫ້ ຄວາມອົບອຸ່ນຕໍ່ຄອບຄົວຜູ້ເສຍຫາຍນຳພາໂດຍ ທ່ານ ບຸນມີ ທານຸວົງ ຮອງເລຂາພັກເມືອງ ຊີ້ນຳວຽກງານແນວຄິດ, ກໍ່ສ້າງພັກ – ພະນັກງານພ້ອມຄະນະ ໄດ້ລົງກວດກາຜົນເສຍຫາຍຕົວຈິງ ແລະ ໄດ້ໂອ້ລົມກັບນາຍບ້ານເຖິງທີ່ໄປທີ່ມາຂອງເຫດການດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍນຳຜູ້ປະສົບໄພໃນການດຳເນີນການດຳລົງຊີວິດໃນຕໍ່ໜ້າ ຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນໃຫ້ການຊ່ວຍເຫຼືອຄອບຄົວດັ່ງກ່າວຕາມ ຄວາມເໝາະສົມ.

[ ຂ່າວ: ເມືອງນາກາຍ ]