4 ບ້ານ ກຸ່ມໜອງແຮດໃຕ້ ປະກາດຮັບເປັນບ້ານສາມັກຄີປອງດອງ

92

ວັນທີ 8 ຕຸລາ 2020 ນີ້ ທີ່ໂຮງຮຽນປະຖົມບ້ານປາກາ ເມືອງໜອງແຮດ ແຂວງຊຽງ ຂວາງ ໄດ້ຈັດພິທີປະກາດຮັບຮອງເອົາບ້ານ 4 ບ້ານ ກຸ່ມໜອງແຮດໃຕ້ ເມືອງໜອງແຮດ ຄື: ບ້ານນາເມືອງ, ບ້ານດິນດຳ, ບ້ານລ້ອງກວ້າງ ແລະ ບ້ານປ່າກາ ເປັນຄອບຄົວ ແລະ ບ້ານສາມັກຄີປອງດອງຂຶ້ນຢ່າງເປັນທາງການ ເຂົ້າຮ່ວມຂອງ ທ່ານ ດວງໄຊ ທໍ່ຢ່າບຼົ່ງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຄຳແພງ ສີສົມພູ ຮອງເຈົ້າເມືອງໜອງແຮດ, ທ່ານ ນາງ ຈົວຢ່າງ ຢົ້ວປົວ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ທ່ານ ຄຳພັນ ອ່ອນຕາ ເລຂາບ້ານດິນດຳ ຕາງໜ້າຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂຶ້ນຜ່ານບົດສະຫຼຸບວ່າ: ພາຍຫຼັງທີ່ໄດ້ຮັບຄຳແນະຈາກສະບັບເລກທີ 033/ຄປຈ, ສນຊ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງສູນກາງແນວລາວສ້າງຊາດ ຄະນະພັກ – ອຳນາດການປົກຄອງ 4 ບ້ານ ແມ່ນໄດ້ນຳມາເຜີຍແຜ່ຈັດຕັ້ງປະຕິບັດ, ເອົາໃຈໃສ່ສຶກສາອົບຮົມ, ໃຫ້ພໍ່ແມ່ປະຊາຊົນມີຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາມູນເຊື້ອອັນດີງາມຂອງເຜົ່າຂອງຊາດ ພ້ອມກັນຈັດຕັ້ງປະຕິບັດໜ້າວຽກງານທີ່ຖືກມອບໝາຍ ໄດ້ຮັບຜົນສຳເລັດໂດຍສະເພາະແມ່ນວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງເປັນຂະບວນການ 4 ບ້ານ ລວມມີ 198 ຄອບຄົວ,

ຜ່ານການປະເມີນຕາມມາດຖານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທີ່ສູນກາງແນວລາວສ້າງຊາດວາງອອກໄດ້ 182 ຄອບຄົວ ເທົ່າກັບ 94%. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງວ່າທ່ານເຈົ້າເມືອງ ແລະ ເຈົ້າແຂວງ ວ່າດ້ວຍການຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ, ໃນພິທີໄດ້ມອບຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ແກ່ອຳນາດການປົກຄອງບ້ານ ແລະ ຄອບຄົວຜ່ານການຮັບຮອງ ໂດຍການເປັນກຽດຂຶ້ນມອບໂດຍທ່ານ ຄຳແພງ ສີສົມພູ ແລະ ທ່ານ ດວງໄຊ ທໍ່ຢ່າບຼົ່ງ.

[ ຮູບ – ຂ່າວ: ເບ່ຕ່າ ໄຊປັນຍາ ]

( ແນວລາວສ້າງຊາດແຂວງຊຊຽງຂວາງ)