ມອບເຂົ້າຊ່ວຍເຫຼືອບ້ານເປົ້າໝາຍ ຂອງແຜນງານ ລາວ/030

155

ຕົ້ນເດືອນຜ່ານມາທີ່ບ້ານໜອງໜ່ຽວ ກຸ່ມນາຊະລອນ ເມືອງບົວລະພາ ໄດ້ຈັດພິທີມອບ – ຮັບເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ໃນບ້ານເປົ້າໝາຍຂອງແຜນງານ ລາວ/030 ໃຫ້ແກ່ພໍ່ແມ່ປະຊາຊົນ ກຸ່ມນາຊະລອນ ເມືອງບົວລະພາ  ແຂວງຄໍາມ່ວນ ເປັນປະທານຂອງ ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງບົວລະພາ ເຂົ້າຮ່ວມມີ ທ່ານ ປີດຕີ້ ເບນເຊີນ ຫົວໜ້າໂຄງການ ລາວ 030 ຂັ້ນສູນກາງ.

ຈຸດປະສົງເພື່ອຊ່ວຍເຫຼືອແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ໃຫ້ກັບບ້ານເປົ້າໝາຍທັງ 42 ບ້ານ ພາຍໃນເມືອງບົວລະພາ ໂດຍໄດ້ແບ່ງອອກເປັນ 2 ຈຸດ ມອບ – ຮັບ ຄື: ເຂດຈຸດສຸມຫຼັງຄັງ – ວັງມະເນີ ແລະ ເຂດຈຸດສຸມ ໜອງໜ່ຽວ ກຸ່ມນາຊະລອນ.

ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ມີເຂົ້າສານ ຈຳນວນ 1.849 ໂຕນ ແລະ ເຄື່ອງຮັບໃຊ້ທົ່ວໄປໃນການປ້ອງກັນພະຍາດໂຄວິດ – 19 ຈຳນວນໜຶ່ງ ໂດຍແມ່ນ ທ່ານ ປີດຕີ້ ເປນເຊີນ ຫົວໜ້າໂຄງການ ລາວ 030 ຂັ້ນສູນກາງ ເປັນຜູ້ມອບ ໂດຍມີ ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງບົວລະພາ ຕາງໜ້າໃຫ້ກັບພໍ່ແມ່ປະຊາຊົນເປັນຜູ້ຮັບ ແລະ ໄດ້ມອບຕໍ່ໃຫ້ກັບບັນດາການຈັດຕັ້ງບ້ານ, ນາຍບ້ານເປົ້າໝາຍ ກຸ່ມນາຊະລອນ ເມືອງບົວລະພາ.

ພາຍຫຼັງສຳເລັດພິທີມອບ – ຮັບໃນຄັ້ງນີ້ ແລະ ທາງຄະນະທີມງານກໍໄດ້ໄປຢ້ຽມຢາມໂຮງຮຽນ ມສ ກະເຕາະ ທີ່ໄດ້ຮັບທຶນໃນການສ້າງຈາກໂຄງການ ລາວ 030 ນຳອີກດ້ວຍ.

[ ຂ່າວ: ບຸນປະພາດ ]