ປະຊາຊົນບ້ານສະພານເໜືອ ຮ່ວມໃຈສ້າງທາງປູເບຕົງ ຍາວ 400 ແມັດ

152

ພິທີເປີດການກໍ່ສ້າງໂຄງການທາງເບຕົງ ຮ່ອມເລກທີ 61 ເຂົ້າບ້ານສະພານເໜືອ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ດ້ວຍທຶນລະດົມຈາກປະຊາຊົນ ແລະ ສັງຄົມ ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2020 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວ ໜ້າຄະນະບໍລິຫານເຂດເສດຖະກິດພິເສດແຂວງສະຫວັນນະເຂດ, ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ທອງໃສ ໄຊຍະວົງຄຳດີ ກ່າວໃຫ້ຮູ້ວ່າ: ໂຄງການເລີ່ມຕົ້ນແຕ່ແຍກທາງເລກ 9B ຈົນເຖິງໂຄ້ງທີ່ເປັນທາງຮ່ອມເຂົ້າບ້ານສະພານເໜືອ ມີໄລຍະຍາວ 400 ແມັດ, ກວ້າງ 6 ແມັດ, ປູເບຕົງໜາ 15 ຊັງຕີແມັດ, ເສີມດ້ວຍເຫຼັກຕານ່າງໄວແມັສ, ສອງຂ້າງທາງຈະເຮັດຮ່ອງລະບາຍນ້ຳຮູບໂຕວີ ຄາດຄະເນມູນຄ່າການກໍ່ສ້າງທັງໝົດ ປະມານ 390 ລ້ານກີບ, ຄາດວ່າຈະໃຫ້ສຳເລັດພາຍໃນ 2 ເດືອນ ໂດຍໜ້າວຽກທຳອິດທີ່ຈະເລີ່ມລົງມືເຮັດກ່ອນໝູ່ແມ່ນການຂຸດປັບໜ້າດິນ, ປູແຮ່ – ຊາຍຕຳແອັດແໜ້ນ ແລະຂຸດຮ່ອງສອງຂ້າງທາງ ໂດຍແມ່ນບໍລິສັດ VLP ກໍ່ສ້າງຂົວທາງ ເປັນຜູ້ອຸປະຖຳດ້ານກົນຈັກ, ບໍລິສັດ Petrolimex ປະກອບສ່ວນນ້ຳມັນຈຳນວນໜຶ່ງ,

ບໍລິສັດວັນວິໄລກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ປະກອບສ່ວນດ້ານເຕັກນິກວິຊາການ ໂດຍສະເພາະການສຳຫຼວດ – ອອກແບບ ແລະ ຕິດຕາມການກໍ່ສ້າງໃຫ້ໄດ້ຕາມມາດຖານ ໂດຍສົມທົບກັບ ຍທຂ ນະຄອນ ແລະ ຍທຂ ແຂວງ, ສຳລັບຄະນະບໍລິຫານງານຊາວໜຸ່ມ ຈະປະກອບສ່ວນເປັນແຮງງານມື້ລະ 10 ຄົນ ແນໃສ່ເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດຕາມແຜນການ, ທັງນີ້ກໍເພື່ອເປັນການຄຳນັບຮັບຕ້ອນວັນສຳຄັນຕ່າງໆ ເວົ້າສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກແຂວງສະຫວັນນະເຂດ ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ຫຼັງຈາກນັ້ນ, ຄະນະປະທານທີ່ເຂົ້າຮ່ວມໃນພິທີ ກໍໄດ້ພ້ອມກັນລັ່ນຄ້ອງ 9 ບາດ ແລະ ເປີດປ້າຍໂຄງການກໍ່ສ້າງທາງເບຕົງຮ່ອມທີ 61 ບ້ານສະພານເໜືອຢ່າງເປັນທາງການ.