ສະມາຄົມສິລະປະແຄນລາວສະຫຼຸບວຽກງານ ພ້ອມເລືອກຄະນະບໍລິຫານຊຸດໃໝ່

334

ໃນວັນທີ 8 ຕຸລາ 2020 ທີ່ສະໂມສອນແນວລາວສ້າງຊາດ ມີກອງປະຊຸມໃຫຍ່ ຄັ້ງທີ III ຂອງສະມາຄົມສິລະປະແຄນລາວ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ປະທານຄະນະຂົນ ຂວາຍສ້າງຕັ້ງສະມາຄົມສິລະປະແຄນລາວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ; ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະມາຄົມສິລະປະແຄນລາວ ພ້ອມດ້ວຍບັນດານັກຟ້ອນ – ນັກເປົ່າແຄນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ໃຫ້ກຽດຂຶ້ນກ່າວເປີດພິທີ ໂດຍມີບາງຕອນກ່າວວ່າ: ໃນວັນທີ 13 ທັນວາ 2005 ກະຊວງ ຖວທ ໄດ້ອະນຸຍາດໃຫ້ເອົາວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ໝູນວຽນມາຄົບຮອບ 85 ປີ ເປັນມື້ສ້າງຕັ້ງສະໂມສອນສິລະປະແຄນລາວ – ໜໍ່ແໜງຂອງສະມາຄົມ ສິລະປະແຄນລາວໃນປັດຈຸບັນ ເຊິ່ງຜ່ານການເຄື່ອນໄຫວຢ່າງຕັ້ງໜ້າ ໃນໄລຍະ 15 ປີ ຂອງຄະນະບໍລິຫານງານ 2 ສະໄໝຜ່ານມາ ດ້ວຍການສະໜັບໜູນຈາກຫຼາຍພາກສ່ວນ ສາມາດເຮັດໜ້າທີ່ປະກອບສ່ວນສໍາຄັນເຂົ້າໃນການເຄື່ອນໄຫວຮັບໃຊ້ສັງຄົມຕາມບົດບາດຂອງຕົນຕະຫຼອດມາ.

ແນວໃດກໍຕາມ, ສໍາລັບກອງປະຊຸມໃຫຍ່ ຄັ້ງທີ III ຂອງສະມາຄົມສິລະປະແຄນລາວຄັ້ງນີ້ ໄດ້ສຸມໃສ່ພິຈາລະນາບັນດາເນື້ອໃນຕ່າງໆ ຄື: ສະຫຼຸບຕີລາຄາຜົນງານການເຄື່ອນໄຫວຂອງສະໂມສອນສິລະປະແຄນລາວໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ( 2020 – 2025 ); ຄົ້ນຄວ້າຮັບຮອງເອົາກົດລະບຽບຂອງສະມາຄົມສິລະປະແຄນລາວ; ຄັດເລືອກເອົາຄະນະບໍລິຫານງານສະມາຄົມ ຊຸດທີ III; ຜ່ານມະຕິກອງປະຊຸມ   ໃຫຍ່ ແລະ ຮັບຟັງການໂອ້ລົມ.

ໃນໂອກາດດຽວກັນ, ທ່ານ ຄໍາພັນ ເໝືອນສິດທິດາ ປະທານຄະນະບໍລິຫານຂອງສະມາຄົມສິລະປະແຄນລາວ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າຂອງສະມາຄົມ ໂດຍໄດ້ໃຫ້ຮູ້ເຖິງຜົນງານ ແລະ ການປະກອບສ່ວນຕໍ່ສັງຄົມຢູ່ທັງພາຍໃນ ແລະ ຕ່າງປະເທດ; ໃຫ້ຮູ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຊີ້ໃຫ້ເຫັນຊັດເຈນເຖິງທິດທາງແຜນການຕໍ່ໜ້າ 5 ປີ ທີ່ຈະສຸມໃສ່ປະຕິບັດໃຫ້ໄດ້ຕາມແຜນ.

ໃນກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ຂອງສະມາຄົມສິລະປະແຄນລາວ ໂດຍເລືອກໄດ້ ທ່ານ ຄໍາພັນ ເໝືອນສິດທິດາ ເປັນປະທານ; ທ່ານ ຈັນແສງ ພິມມະວົງ; ທ່ານ ດວງຈໍາປີ ວຸທິສຸກ ເປັນຮອງປະທານ; ທ່ານ ນາງ ກົງເດືອນ ເນດຕະວົງ; ທ່ານ ຄໍາຫຼ້າ ດວງພະສຸກ; ທ່ານ ນາງ ດາວັນ ວິຈິດວົງສາ; ທ່ານ ຄໍາແສນ ພິລາວົງ ເປັນກຳມະການ. ພ້ອມ   ນີ້, ກໍໄດ້ແຕ່ງຕັ້ງ ທ່ານ ດວງຈໍາປີ ວຸທິສຸກ ເປັນປະທານກວດກາ ແລະ ທ່ານ ຄໍາແສນ ພິລາວົງ ເປັນຮອງປະທານກວດກາ. ພິເສດຍັງໄດ້ແຕ່ງຕັ້ງ ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນປະທານກິດຕິມະສັກ ສະມາຄົມສິລະປະແຄນລາວຜູ້ທີ 1 ແລະ ແຕ່ງຕັ້ງ ທ່ານ ຈະເລີນ ເຢຍປາວເຮີ ເປັນປະທານກິດຕິມະສັກ ສະມາຄົມສິລະປະແຄນລາວ ຜູ້ທີ 2.