5 ປີຜ່ານມາ ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວ 6,99% ຕໍ່ປີ

189

ເສດຖະກິດແຂວງໄຊສົມບູນ ໃນ 5 ປີຜ່ານມາ ຂະຫຍາຍອັດຕາສະເລ່ຍ 6,99% ຕໍ່ປີ ລວມຍອດຜະລິດຕະພັນ   ພາຍໃນ ຫຼື GDP ບັນລຸໄດ້ 11.108.816 ກີບ ຫຼື ເທົ່າກັບ 1.377 ໂດລາສະຫະລັດຕໍ່ຄົນຕໍ່ປີ, ວຽກງານລົງທຶນແມ່ນໄດ້ຮັບໂຄງການລົງທຶນຂອງລັດທັງໝົດ 202 ໂຄງການ ມູນຄ່າ 3.542,66 ຕື້ກີບ.

ກອງປະຊຸມປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ – ສັງຄົມ ແລະ ທາບທາມບຸກຄະລາກອນຮອບ III ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ຕຸລາ 2020 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ.

ໃນກອງປະຊຸມໄດ້ຮັບຟັງການຜ່ານມາດຖານ, ເງື່ອນໄຂຄະນະບໍລິຫານງານພັກແຂວງ, ເລຂາ, ຮອງເລຂາພັກແຂວງ ແລະ ມາດຖານ, ເງື່ອນໄຂປະທານ, ຮອງປະທານຄະນະກວດກາພັກ ແຂວງຈາກ ສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນຫົວໜ້າອະນຸກໍາມະການບຸກຄະລາກອນກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ ເຊິ່ງໃນໂຄງປະກອບຜູ້ທີ່ສະໝັກເຂົ້າເປັນຄະນະບໍລິຫານງານພັກແຂວງ ຕ້ອງມີ 5 ດ້ານ ຄື: ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານ ຄວາມຮູ້ – ຄວາມສາມາດ, ດ້ານແບບແຜນການນໍາພາ – ວິທີເຮັດວຽກ ແລະ ດ້ານສຸຂະພາບ. ຈາກນັ້ນ, ຜູ້ແທນສົມບູນ, ສໍາຮອງໄດ້ພ້ອມກັນເປັນເອກະສັນລົງຄະແນນສຽງ ໂດຍການປ່ອນບັດທາບທາມເອົາເປົ້າໝາຍບຸກຄະລາກອນຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ 1 ຕື່ມອີກ.

ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໄດ້ເນັ້ນໜັກໃຫ້ຜູ້ແທນສົມບູນຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃນຖານະທີ່ເປັນຕົວແທນຂອງສະມາຊິກພັກຢູ່ຮາກຖານຂອງຕົນ ເພື່ອແນໃສ່ເລືອກເອົາບຸກຄະລາກອນຂອງພັກ ໂດຍສະເພາະແມ່ນການທາບທາມບຸກຄະລາກອນໃຫ້ຖືເອົາຜົນປະໂຫຍດຂອງປະເທດຊາດ ກໍຄືຜົນປະໂຫຍດສ່ວນລວມຂອງແຂວງເປັນສໍາຄັນໃຫ້ໄດ້ບຸກຄະລາກອນທີ່ມີມາດຖານທາງດ້ານການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ – ຄວາມສາມາດສົມຄູ່ກັບໜ້າທີ່ ແລະ ຄວາມຮັບຜິດຊອບທາງດ້ານການເມືອງທີ່ໜັກແໜ້ນ ເພື່ອຊີ້ນໍາ – ນໍາພາທຸກຂົງເຂດວຽກງານໃຫ້ດໍາເນີນໄປດ້ວຍຜົນສໍາເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນຕອນເຊົ້າຂອງວັນດຽວກັນ ຍັງໄດ້ສືບຕໍ່ດຳເນີນກອງປະຊຸມຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງຕື່ມອີກ ໂດຍການເປັນປະທານຂອງສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ເຊິ່ງກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງຈາກ ສະຫາຍ ແດງ ປະທຸມທອງ ກຳມະການພັກແຂວງ, ຮອງເຈົ້າແຂວງ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງ ໂດຍລວມຍັງສືບຕໍ່ຂະຫຍາຍຕົວຢ່າງໝັ້ນທ່ຽງ ດ້ວຍອັດຕາສະເລ່ຍ 6,99% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸໄດ້ 11.108.816 ກີບ ຫຼື ເທົ່າກັບ 1.377 ໂດລາສະຫະລັດຕໍ່ຄົນຕໍ່ປີ, ວຽກງານລົງທຶນແມ່ນໄດ້ຮັບໂຄງການລົງທຶນຂອງລັດທັງໝົດ 202 ໂຄງການ ມູນຄ່າ 3.542,66 ຕື້ກີບ ເຊິ່ງບັນດາໂຄງການລົງທຶນດັ່ງກ່າວ ຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການ, ວຽກງານກະສິກໍາ – ປ່າໄມ້ ກໍໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ ເປັນຕົ້ນລະບົບຊົນລະປະທານ, ອ່າງເກັບນໍ້າ, ສູນບໍລິການດ້ານເຕັກນິກ – ແນວພັນ ແລະ ໃນທົ່ວແຂວງມີເນື້ອທີ່ປູກເຂົ້າ ທັງໝົດ 11.783,6 ເຮັກຕາ ສະເລ່ຍສະມັດຖະພາບໄດ້ 2,48 ໂຕນຕໍ່ເຮັກຕາ.

[ ຂ່າວ: ນາງ ຕູດ ຄໍາພໍໃຈ ]