ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ – ຣັດເຊຍ

185

ໃນຕອນຄໍ່າວັນທີ 7 ຕຸລາ 2020 ໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນນາມຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນຣັດເຊຍປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານ ແຫ່ງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ໃນພິທີທີ່ມີຄວາມໝາຍ ຄວາມສໍາຄັນ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ວະລາດີເມຍ ກາລີນິນ ໄດ້ກ່າວຄໍາເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມື ຕະຫຼອດໄລຍະ 60 ປີຜ່ານມາ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ – ຣັດເຊຍ, ໃນໄລຍະໃໝ່ນີ້ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງໄດ້ມີຄວາມຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ – ປາຊີຟິກ; ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນທຸກລະດັບຢ່າງປົກກະຕິທັງພາກລັດ ແລະ ເອກະຊົນ. ພ້ອມດຽວກັນນີ້, ການພົວພັນຮ່ວມມືຂອງສອງປະເທດຍັງສືບຕໍ່ເສີມຂະຫຍາຍໃນຫຼາຍດ້ານ ເຊັ່ນ: ດ້ານເສດຖະກິດ – ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການທະຫານ, ການສຶກສາ – ວັດທະນະທຳ, ສາທາລະນະສຸກ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

ໂອກາດດຽວກັນນີ້, ສອງຝ່າຍກໍໄດ້ສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນຮ່ວມມືອັນດີໃນປັດຈຸບັນ ລະຫວ່າງສອງປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ ແລະ ພິທີສະເຫຼີມສະຫຼອງໃນຄັ້ງນີ້ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ.