ນ້ຳເຜິ້ງໃບເຕີຍໝາກນາວໂຊດາ

215

ເຄື່ອງດື່ມຕ້ານຫວັດແບບງ່າຍໆ ຂໍຍົກໃຫ້ເຄື່ອງດື່ມນີ້ ນ້ຳເຜິ້ງໃບເຕີຍໝາກນາວໂຊດາ ລົດຊາດສົ້ມຫວານສົດຊື່ນ ຫອມກິ່ນໃບເຕີຍ ສາມາດດື່ມໄດ້ທຸກເພດທຸກໄວ ເຮົາມາເບິ່ງວ່າສ່ວນປະສົມມີຫຍັງແນ່.

ສ່ວນປະສົມມີ

ໃບເຕີຍ

ນ້ຳດື່ມສະອາດ

ນ້ຳເຜິ້ງ

ນ້ຳໝາກນາວ

ໂຊດາ

ນ້ຳກ້ອນ

ວິທີເຮັດນ້ຳເຜິ້ງໃບເຕີຍໝາກນາວໂຊດາ

1 ວິທີເຮັດນ້ຳໃບເຕີຍແມ່ນການຕົ້ມນ້ຳດື່ມກັບໃບເຕີຍພໍໃຫ້ຟົດແລ້ວຕອງນ້ຳດ້ວຍຜ້າຂາວບາງ.

2 ເທນ້ຳໃບເຕີຍໃສ່ຈອກໃສ່ນ້ຳເຜິ້ງ, ນ້ຳໝາກນາວ ແລະ ນ້ຳກ້ອນພ້ອມທັງເທໂຊດາລົງໄປແລ້ວຄົນໃຫ້ເຂົ້າກັນ ເທົ່ານີ້ກໍ່ເປັນອັນຮຽບຮ້ອຍ ນຳໄປຮັບປະທານກັນໄດ້ເລີຍ.