“ຖອກທ້ອງຮຸນແຮງ” ພະຍາດທີ່ຄວນລະວັງໃນຊ່ວງລະດູຝົນ

166

ພະຍາດຖອກທ້ອງຮຸນແຮງ ມີກຸ່ມສ່ຽງໃນເດັກ ແລະ ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ເຊັ່ນ: ພະຍາດຫົວໃຈ, ພະຍາດໝາກໄຂ່ຫຼັງ ອາດຈະມີພາວະຂາດນ້ຳຮຸນແຮງ ເຮັດໃຫ້ຮ່າງກາຍສູນເສຍນ້ຳ ແລະ ແຮ່ທາດຈຳເປັນ ຫາກຄົນເຈັບທີ່ມີອາການໄຂ້ຂຶ້ນສູງ ອາຈຽນຫຼາຍ ຖ່າຍແຫຼວຫຼາຍ ຊີບພະຈອນເຕັ້ນໄວ ຄວນພົບແພດໝໍທັນທີ ຖ້າຫຼ້າຊ້າອາດຈະເຮັດໃຫ້ໝາກໄຂ່ຫຼັງຫຼົ້ມເຫຼວ ຫຼື ເສຍຊີວິດໄດ້.

ພະຍາດຖອກທ້ອງຮຸນແຮງ ສ່ຽງແຜ່ລະບາດໃນຊ່ວງຍາມຝົນ

ນອກຈາກນີ້ທ່ານໝໍ ໄດ້ກ່າວວ່າ ໃນຊ່ວງລະດູຝົນເຮັດໃຫ້ມີຄວາມຊື້ນໃນອາກາດຫຼາຍ ເຊື້ອພະຍາດຈະເລີນເຕີບໃຫຍ່ ແລະ ແຜ່ເຊື້ອໄດ້ດີເຮັດໃຫ້ອາຫານ ແລະ ນ້ຳດື່ມມີໂອກາດປົນເປື້ອນເຊື້ອພະຍາດເພີ່ມຂຶ້ນ ເຮັດໃຫ້ເກີດພະຍາດຂອງລະບົບທາງເດີນອາຫານໄດ້ງ່າຍ ໂດຍສະເພາະພະຍາດຖອກທ້ອງຮຸນແຮງ.

ພະຍາດຖອກທ້ອງຮຸນແຮງ ເກີດໄດ້ທັ້ງຈາກເຊື້ອແບັດທີເຣຍ ແລະ ເຊື້ອໄວຣັສ ສາເຫດເກີດຈາກການໄດ້ຮັບເຊື້ອຜ່ານການຮັບປະທານອາຫານ ຫຼື ນ້ຳທີ່ປົນເປື້ອນເຊື້ອຢູ່ ການຮັບປະທານອາຫານສຸກໆ ດິບໆ ຫຼື ອາຫານທີ່ມີແມງວັນຕອມ ອາດເຮັດໃຫ້ໄດ້ຮັບເຊື້ອໄດ້.

ອາການຂອງພະຍາດຖອກທ້ອງຮຸນແຮງ

1 ຈະຖ່າຍອາຈົມແຫຼວກວ່າປົກກະຕິເກີນ 3 ຄັ້ງຕໍ່ມື້ ຫຼື ຖ່າຍເປັນນ້ຳ 1 ຄັ້ງຕໍ່ມື້ ຫຼື ຖ່າຍປົນເລືອດ 1 ຄັ້ງຕໍ່ມື້.

2 ອາດມີໄຂ້ ເຈັບທ້ອງ ປຸ້ນທ້ອງ ປວດຮາກ.

ການເບິ່ງແຍງຜູ້ປ່ວຍພະຍາດຖອກທ້ອງຮຸນແຮງ

ກໍລະນີທີ່ເປັນທີ່ເປັນເດັກໃຫ້ກິນອາຫານແຫຼວ ສ່ວຍຜູ້ໃຫຍ່ທີ່ລສມເຖິງຜູ້ສູງອາຍຸໃຫ້ຮັບປະທານອາຫານຕາມປົກກະຕິ ແຕ່ຄວນເປັນອາຫານອ່ອນ ແລະ ຍ່ອຍງ່າຍ ທີ່ສຳຄັນຄວນໃຫ້ຜູ້ປ່ວຍດື່ມນ້ຳລະລາຍຜົງເກືອແຮ່ເພື່ອປ້ອງກັນການຂາດນ້ຳ ບໍ່ຄວນກິນຢາເພື່ອໃຫ້ຢຸດຖ່າຍ ເພາະຈະເຮັດໃຫ້ເຊື້ອພະຍາດຄ້າງຢູ່ໃນຮ່າງກາຍ ເຊິ່ຈະເປັນອັນຕະລາຍຫຼາຍຂຶ້ນ.

ວິທີການປ້ອງກັນພະຍາດຖອກທ້ອງຮຸນແຮງ

1 ລ້າງມືໃຫ້ສະອາດດ້ວຍສະບູ່ ແລະ ນ້ຳສະອາດທຸກເທື່ອກ່ອນປຸງແຕ່ງ ຫຼື ຮັບປະທານອາຫານ ແລະ ພາຍຫຼັງການເຂົ້າຫ້ອງນ້ຳ.

2 ດື່ມນ້ຳສະອາດ ເຊັ່ນ ນ້ຳຕົ້ມສຸກ ນ້ຳບັນຈຸໃນຕຸກທີ່ຖືກສຸຂະລັກສະນະ.

3 ເລືອກຮັບປະທານອາຫານທີ່ສະອາດສຸກໃໝ່ໆ.

4 ການບໍລິໂພກຜັກ ໝາກໄມ້ສົດ ຄວນລ້າງໃຫ້ສະອາດດ້ວຍນ້ຳສະອາດຫຼາຍໆຄັ້ງ.

5 ກຳຈັດສິ່ງເສດເຫຼືອຈາກອາຫານ ຂີ້ເຫຍື້ອມູນຝອຍເພື່ອບໍ່ໃຫ້ເປັນແຫຼ່ງເພາະພັນຂອງແມງວັນ.

6 ບໍ່ຄວນຮັບປະທານອາຫານສຸກໆ ດິບໆ ເພື່ອໃຫ້ຫ່າງຈາກພະຍາດຖອກທ້ອງຮຸນແຮງໄດ້.