ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຊີ້ນຳປັບປຸງສ້ອມແປງທາງເລກ 13 ເໜືອ ແຕ່ສີເກີດ – ໂພນໂຮງ – ວັງວຽງ

200

ໃນວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມສະພາບການສ້ອມແປງທາງ 13 ເໜືອ ໂດຍສະເພາະແມ່ນໄລຍະແຕ່ ສີເກີດ – ໂພນໂຮງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປ-ມາ ແລະການເປ່ເພຂອງເສັ້ນທາງດັ່ງກ່າວ.

ໃນໂອກາດການລົງເຄື່ອນໄຫວຄັ້ງນີ້ ທ່ານລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມປະຊຸມຢູ່ແຄ້ມ ຂອງບໍລິສັດ ຫູເປີຍ ຊາງຈຽງ ຂົວທາງ ຈຳກັດ ກິໂລແມັດທີ 47 ທາງ 13 ເໜືອ ພ້ອມທັງໄດ້ຮັບຟັງລາຍງານຄວາມຄືບໜ້າຂອງໜ້າວຽກ ແລະ ສະເໜີແຜນການກໍ່ສ້າງ ໄລຍະ1, ໄລຍະ2 ແລະ ໄລຍະ3 (10/2020 ຫາ ) ພ້ອມທັງຂໍ້ສະດວກ, ຂໍ້ຫຍ້ງຍາກ ແລະ ຂໍ້ສະເໜີ ຈາກທ່ານ Yoon ISWS Team Leader ຕາງໜ້າບໍລິສັດ ຫູເປີຍ ຊາງຈຽງ ຂົວທາງ ຈຳກັດ.

ຈາກນັ້ນກໍ່ໄດ້ຮັບຟັງການລາຍງານກ່ຽວກັບສະພາບເສັ້ນທາງ ແລະ ມາດຕະການໃນການສ້ອມແປງໃນຕອນທາງທີ່ກຳລັງກໍ່ສ້າງ ແລະ ຕອນທາງທີ່ຍັງນອນໃນແຜນທີ່ຈະກໍ່ສ້າງໃນໄລຍະເວລາຂອງສັນຍາທີ່ຍັງເຫລືອ ຈາກທ່ານ ລັດສະໝີ ອາລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອຕື່ມອີກ.

ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີ ກໍ່ໄດ້ມີຄວາມເຫັນ ແລະ ໃຫ້ທິດຊີ້ນຳຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງການສືບຕໍ່ແກ້ໄຂການສ້ອມແປງທາງໃນລະດູແລ້ງຕາມແຜນການສ້ອມແປງທາງປີ 2020-2021 ໂດຍໃຫ້ແບ່ງເສັ້ນທາງອອກເປັນ 3 ໄລຍະເພື່ອແກ້ໄຂ ຄື: ໄລຍະທີ1 ແຕ່ສີໄຄ-ສີເກີດ, ໄລຍະທີ 2 ແຕ່ສີເກີດ-ໂພນໂຮງ ແລະ ໄລຍະທີ 3 ແຕ່ໂພນໂຮງ-ວັງວຽງ ພ້ອມນັ້ນກໍ່ໃຫ້ມີລະບົບບໍລິການລະບາຍການສັນຈອນໃນໄລຍະທີ່ກຳລັງດຳເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ-ມາໄດ້ສະດວກ.

ຫລັງຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະ ກໍ່ໄດ້ລົງເຄື່ອນໄຫວເພື່ອສຳຫລວດເບິ່ງສະພາບທາງເລກທີ 13 ເໜືອ ທີ່ມີຈຸດເປ່ເພ ເພື່ອແກ້ໄຂໃຫ້ມີຄວາມສະດວກໃນການສັນຈອນໄປມາ.

ພ້ອມດຽວກັນນັ້ນ ຍັງໄດ້ໄປຕິດຕາມເບີ່ງສະພາບໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃນນັ້ນ ທ່ານລັດຖະມົນຕີ ໄດ້ຊີ້ນຳໃຫ້ໂຄງການປັບປຸງແກ້ໄຂແຍກແຕ່ເມືອງຫີນເຫີບເຂົ້າໄປທາງເມືອງເຟືອງ ແຂວງວຽງຈັນ ເນື່ອງຈາກວ່າຈຸດດັ່ງກ່າວມີນ້ຳຂັງ ເປັນຕົມ ເຮັດໃຫ້ການສັນຈອນໄປມາບໍ່ສະດວກ ແລະ ໃຫ້ໂຄງການແກ້ໄຂໄລຍະເສັ້ນທາງທີ່ບໍ່ໄດ້ມາດຕະຖານ ທີ່ນ້ຳຖ້ວມ ເມື່ອຝົນຕົກ ແລະ ຈຸດອື່ນໆອີກຈຳນວນໜຶ່ງ.

ແຫຼ່ງທີ່ມາ: https://www.mpwt.gov.la