ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ແກ່ 28 ປະເທດທຸກຍາກ

100

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການບໍລິຫານກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ( IMF ) ໄດ້ເຫັນດີເປັນເອກະພາບຂະຫຍາຍເວລາຊຳລະໜີ້ໄປອີກ 6 ເດືອນ ສຳລັບ 28 ປະເທດທີ່ມີລາຍໄດ້ຕ່ຳ ເນື່ອງຈາກວິກິດໂຄວິດ – 19.

ຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ການຂະຫຍາຍເວລາຊຳລະໜີ້ຈະຊ່ວຍໃຫ້ປະເທດສະມາຊິກເຫຼົ່ານັ້ນມີເງິນພຽງພໍ ເພື່ອນຳໄປໃຊ້ເຂົ້າໃນທາງການແພດສຸກເສີນ ແລະ ນຳໄປບັນເທົາທຸກອື່ນໆ. ຂະນະທີ່ຫຼາຍປະເທດຍັງຄົງຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19, ການເຄື່ອນໄຫວຄັ້ງນີ້ມີຂຶ້ນສືບເນື່ອງມາຈາກການຜ່ອນຜັນໜີ້ງວດທຳອິດໄດ້ຮັບການອະນຸມັດເມື່ອເດືອນເມສາຜ່ານມາ ພາຍໃຕ້ໂຄງການ Catastrophe Containment and Relief Trust ( CCRT ).

ທ່ານ ນາງ ຄຣິສຕາຣີນາ ຈໍຈີວາ ຜູ້ອຳນວຍການ ໄອເອັມເອັຟ ເປີດເຜີຍທາງສື່ອອນລາຍວ່າ: ຂ້ອຍຮູ້ສຶກດີໃຈທີ່ ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ໃຫ້ແກ່ບັນດາປະເທດທີ່ທຸກຍາກ ຈຳນວນ 28 ປະເທດ ໄປຈົນເຖິງເດືອນເມສາປີ 2021 ເຊິ່ງຈະຊ່ວຍໃຫ້ປະເທດເຫຼົ່ານັ້ນມີເງິນສະໜັບສະໜູນກິດຈະກຳທາງເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນໄດ້ໃນລະດັບໜຶ່ງ.