ອົງການອະນາໄມໂລກ ເຜີຍວັກແຊັງຕ້ານໂຄວິດອາດໄດ້ນຳໃຊ້ທ້າຍປີນີ້

93

ທ່ານ ທີໂດຣສ ກິບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ເປີດເຜີຍວ່າ: ວັກແຊັງຕ້ານໂຄວິດ – 19 ອາດພ້ອມແຈກຢາຍໃຫ້ນຳໃຊ້ໄດ້ໃນທ້າຍປີນີ້ ຫຼື ຕົ້ນປີໜ້າ ພ້ອມຮຽກຮ້ອງໃຫ້ຜູ້ນຳໂລກໃຫ້ຄຳໝັ້ນສັນຍາວ່າ ວັກແຊັງຕ້ານໂຄວິດ – 19 ຈະແຈກຢາຍຢ່າງເທົ່າທຽມ ເຊິ່ງໃນທ້າຍປີນີ້ອາດຈະມີວັກແຊັງຕ້ານໂຄວິດຢ່າງໜ້ອຍ 1 ຊະນິດ ຜະລິດອອກມາເພື່ອໃຫ້ສັງຄົມໄດ້ນຳໃຊ້.

ປັດຈຸບັນມີວັກແຊັງຕ້ານໂຄວິດ – 19 ເຖິງ 9 ຊະນິດທີ່ກຳລັງທົດລອງທາງຄລີນິກໃນຄົນໄລຍະສຸດທ້າຍ ພາຍໃຕ້ໂຄງການຈັດກຽມວັກແຊັງໂລກຂອງອົງການອະນາໄມໂລກ ຫຼື COVAX ເຊິ່ງຕັ້ງເປົ້າໄວ້ວ່າຈະແຈກຢາຍວັກແຊັງຕ້ານໂຄວິດ – 19 ໄປທົ່ວໂລກ ຈຳນວນ 2.000 ລ້ານໂດສ ພາຍໃນທ້າຍປີ 2021.