ລະບົບຄົມມະນາຄົມສາທາລະນະ ສິງກະໂປ ຈັດຢູ່ອັນດັບຕົ້ນໆຂອງໂລກ

121

ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ລະບົບຄົມມະນາຄົມສາທາລະນະຂອງສິງກະໂປ ຢືນຢູ່ແຖວໜ້າໃນໂລກ, ຖັດມາແມ່ນ ອັງກິດ ແລະ ເຂດບໍລິຫານພິເສດ ຮົງກົງ ( ຈີນ ), ປາຣີ ( ຝຣັ່ງ ) ແລະ ມາດຣິດ ( ແອັດສະປາຍ ).

ການຈັດອັນດັບດັ່ງກ່າວ ອີງໃສ່ອັດຕາຄວາມເພິ່ງພໍໃຈຂອງລູກຄ້າ ແລະ ລາຄາເໝາະສົມ ບໍ່ວ່າຈະເປັນປະຊາຊົນນັກທ່ອງທ່ຽວທີ່ມາໃຊ້ບໍລິການ.

ສຳລັບຢູ່ສິງກະໂປ ນັກທ່ອງທ່ຽວພຽງແຕ່ຈ່າຍເງິນ 7,36 ໂດລາສະຫະລັດຕໍ່ວັນ ແລ້ວສາມາດເດີນທາງໄປ – ມາຢ່າງສະດວກສະບາຍທົ່ວສິງກະໂປ ບໍ່ວ່າຈະເປັນລົດເມ ຫຼື ລົດໄຟຟ້າກໍໄດ້ ເຊິ່ງຜົນການສຳຫຼວດຂອງບໍລິສັດທີ່ປຶກສາ ເມັກຄິນຊີ ( McKinsey ) ພົບວ່າ: ສິງກະໂປ ຢູ່ອັນດັບ 1 ໃນບັນດານະຄອນທີ່ມີລະບົບຄົມມະນາຄົມສາທາລະນະດີທີ່ສຸດຂອງໂລກ. ຂະນະທີ່ ສິງກະໂປ ມີບໍລິການເອເລັກໂຕຣນິກ ຊັ້ນນຳໃນພາກພື້ນ ແລະ ໃນໂລກ, ລັດຖະບານສິງກະໂປ ຈຶ່ງປະຕິບັດແຜນການນີ້ ເພື່ອເປີດກວ້າງເຄື່ອຂ່າຍຄົມມະນາຄົມ ສາທາລະນະ ຄວາມໄວສູງ ( MRT ).