ບໍລິສັດຈາກ ສ.ເກົາຫຼີ ສ່ວນໃຫຍ່ຍັງບໍ່ຍ້າຍຖານການຜະລິດອອກຈາກຈີນ

162

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຈາກສະຖາບັນເສດຖະກິດ ແລະ ການຄ້າ ຂອງ ສ.ເກົາຫຼີ ( KIET ) ໃຫ້ຮູ້ວ່າ: ຄວາມພະຍາຍາມຂອງລັດຖະບານສາທາລະນະລັດເກົາຫຼີ ໃນການສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂອງ ສ.ເກົາຫຼີ ຍ້າຍຖານການຜະລິດກັບຄືນປະເທດນັ້ນບໍ່ປະສົບຜົນສຳເລັດ ເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ຄວາມຂັດແຍ່ງດ້ານການຄ້າລະຫວ່າງສະຫະລັດອາເມຣິກາ ກັບ ສປ ຈີນ ກໍຕາມ.

ເຄໄອອີທີ ລະບຸວ່າ: ມີບໍລິສັດຂອງ ສ.ເກົາຫຼີ  80 ແຫ່ງ ໃນຈຳນວນຫຼາຍພັນບໍລິສັດທີ່ຍ້າຍຖານການຜະລິດບາງສ່ວນອອກຈາກ ຈີນ ກັບຄືນປະເທດ, ນັບແຕ່ ສ.ເກົາຫຼີ ອອກກົດໝາຍ ຢູເທີນ ( U-turn ) ແຕ່ປີ 2013 ເພື່ອຢັບຢັ້ງກະແສການຜະລິດໄຫຼອອກຕ່າງປະເທດ.

ເຄໄອອີທີ ລະບຸອີກວ່າ: ເຖິງແມ່ນວ່າລັດຖະບານຂອງ ສ.ເກົາຫຼີ ຈະມີມາດຕະການໃຫ້ເງິນສະໜັບສະໜູນພາກບໍລິການ ແລະ ບໍລິສັດໄອທີ ແຕ່ກໍຍັງບໍ່ສາມາດສ້າງແຮງດຶງດູດໃຈພຽງພໍທີ່ຈະເຮັດໃຫ້ບັນດາບໍລິສັດ ສ.ເກົາຫຼີ ຍ້າຍຖານການຜະລິດກັບຄືນປະເທດ.

ທັງນີ້, ເຄໄອອີທີ ຍັງລະບຸອີກວ່າ: ບັນດາບໍລິສັດທີ່ຕ້ອງການຫຼຸດການດຳເນີນງານໃນຈີນນັ້ນ ສ່ວນໃຫຍ່ຈະຍ້າຍຖານການຜະລິດໄປພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແທນການຍ້າຍກັບຄືນປະເທດ ນັ້ນກໍຊີ້ໃຫ້ເຫັນວ່າ ສ.ເກົາຫຼີ ພາດໂອກາດທີ່ຈະນຳຕຳແໜ່ງງານກັບຄືນປະເທດ, ສ້າງສະຖຽນລະພາບໃຫ້ແກ່ຫ່ວງໂສ້ອຸປະທານ ທ່າມກາງວິກິດໂຄວິດ – 19.

ທ່ານ ເບ ໂຮຢອງ ນັກວິໄຈຈາກສະມາຄົມທຸລະກິດຂະໜາດນ້ອຍ ແລະ ກາງ ສ.ເກົາຫຼີ ( KBIZ ) ກ່າວວ່າ: ສ.ເກົາຫຼີ ມີອຸປະສັກຫຼາຍເກີນໄປທັງຕະຫຼາດແຮງງານທີ່ຢູ່ຕົວ, ຄ່າແຮງງານທີ່ສູງຂຶ້ນ ແລະ ກົດລະບຽບດ້ານສິ່ງແວດລ້ອມ.

ຜົນສຳຫຼວດຂອງ ເຄບີໄອແຊັດ ເມື່ອເດືອນມິຖຸນາຜ່ານມາພົບວ່າ: ບໍລິສັດຂອງ ສ.ເກົາຫຼີ 7 ໃນ 10 ແຫ່ງຢູ່ ສປ ຈີນ ບໍ່ຕ້ອງການຍ້າຍກັບຄືນປະເທດ, ຂະນະທີ່ຜົນສຳຫຼວດ ບໍລິສັດ ຂອງ ສ.ເກົາຫຼີ 9 ໃນ 10 ແຫ່ງ ຢູ່ຫວຽດນາມບໍ່ມີແຜນຍ້າຍກັບຄືນປະເທດ.