ບາງອົງປະກອບຂອງຫົວໜ້າ ຫຼື ຜູ້ບໍລິຫານທີ່ຄວນເປັນ

243

ການເປັນຫົວໜ້າອາດຈະບໍ່ແມ່ນເລື່ອງຍາກ ແຕ່ການເປັນຫົວໜ້າ ແລະ ຜູ້ນຳທີ່ດີຕ່າງຫາກ ເປັນສິ່ງທີ່ຍາກ ແລະ ທ້າທາຍສຳລັບທຸກຄົນ ເພາະທ່ານບໍ່ສາມາດສັ່ງໃຫ້ລູກນ້ອງທຸກຄົນມາມັກ, ຮັກ ຫຼື ເຫັນພ້ອມກັບສິ່ງທີ່ທ່ານເຮັດໄດ້ໝົດທຸກຢ່າງ. ແຕ່ໃນຖານະຫົວໜ້າທ່ານຕ້ອງຊື້ໃຈລູກນ້ອງໃຫ້ໄດ້ ເພື່ອຕໍ່ຍອດໄປເຖິງການເຮັດວຽກ ແລະ ສົ່ງໃຫ້ອົງກອນປະສົບຄວາມສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້.

ແຕ່ຖ້າທ່ານຍັງບໍ່ໝັ້ນໃຈວ່າຕົນເອງມີຄວາມເປັນຜູ້ນຳຫຼາຍພໍຫຼືຍັງ ລອງມາອ່ານ 9 ທັກສະສຳຄັນ ທີ່ອາດຊ່ວຍໃຫ້ທ່ານ ແລະ ລູກນ້ອງຢູ່ຮ່ວມກັນໄດ້ເປັນຢ່າງດີ ຄື:

  1. ເຮັດໃຫ້ເກີດຄວາມຮ່ວມມື: ແນ່ນອນວ່າວຽກທຸກຢ່າງຈະສຳເລັດບໍ່ໄດ້ຖ້າເກີດຈາກຄົນດຽວ ເພາະສະນັ້ນທຸກຄົນຕ້ອງຮ່ວມມືກັນ ເຖິງວ່າຈະຂຶ້ນຊື່ວ່າເປັນຫົວໜ້າທີ່ເຮັດໜ້າທີ່ຄຸມອຳນາດ ແຕ່ກໍບໍ່ໄດ້ໝາຍຄວາມວ່າທ່ານຈະມີສິດສັ່ງຢ່າງດຽວ, !ຫົວໜ້າທີ່ດີຕ້ອງຮູ້ຈັກໃຊ້ອຳນາດດ້ວຍເຫດຜົນ, ຮັບຟັງ ຄວາມຄິດເຫັນຈາກຜູ້ອື່ນ ເພື່ອໃຫ້ພາບລວມການເຮັດວຽກປາສະຈາກບັນຫາ, ຫົວໜ້າຕ້ອງວາງຕົວໃນຖານະຂອງຜູ້ທີ່ພ້ອມຈະສະໜັບສະໜູນຄວາມສຳເລັດຂອງຄົນອ້ອມຂ້າງ ແລ້ວສຸດທ້າຍທ່ານຈະພົບວ່າຕົວທ່ານເອງກໍປະສົບຄວາມສຳເລັດນຳ.

  2. ສຸມໃສ່ທີ່ທີມງານ: ບຸກຄະລາກອນທີ່ດີຖືເປັນຊັບສິນທີ່ສຳຄັນຂອງອົງກອນ ການກ່າວຄຳຊື່ນຊົມ ແລະ ພັດທະນາສັກກະຍະພາບຂອງເຂົາ ຈຶ່ງເປັນສິ່ງສຳຄັນລວມເຖິງຕ້ອງຮູ້ຈັກລູກນ້ອງຂອງຕົນເອງວ່າພວກເຂົາຕ້ອງການຫຍັງທັງເລື່ອງສະພາບແວດລ້ອມການເຮັດວຽກ, ຄວາມເປັນຢູ່ ແລະ ຕ້ອງການຄວາມເຄົາລົບເຊິ່ງກັນ ແລະ ກັນ.

  3. ເບິ່ງເຫັນຄວາມຜິດປົກກະຕິ: ເຊື່ອວ່າບໍ່ມີໃຜຢາກຮັບມືກັບເລື່ອງລາວຕ່າງໆທີ່ເກີດຂຶ້ນ ແຕ່ບາງຄັ້ງກໍຫຼີກລຽງບໍ່ໄດ້ ທ່ານຈະຕ້ອງພົບກັບປັນຫາເລັກໆນ້ອຍໆທີ່ອາດກໍ່ຕົວເປັນບັນຫາໃຫຍ່ໃນອະນາຄົດ ໜ້າທີ່ຂອງຜູ້ນຳຄືໝັ່ນສັງເກດຄວາມຜິດປົກກະຕິໃນທີມງານ ຫານະໂຍບາຍການເຮັດວຽກທີ່ສອດຄ່ອງກັນ ເພື່ອໃຫ້ທີມງານໄດ້ເຮັດຮ່ວມກັນ.

  4. ກ້າປ່ຽນແປງ: ການຈະກ້າວສູ່ການເປັນຜູ້ນຳທີ່ປະສົບຄວາມສຳເລັດໄດ້ນັ້ນ ທ່ານຕ້ອງເຂົ້າໃຈວ່າບໍ່ວ່າທ່ານຈະເຮັດຫຍັງຍ່ອມສົ່ງຜົນຕໍ່ອົງກອນແນ່ນອນ ຢ່າຢ້ານທີ່ຈະສ້າງ ຄວາມປ່ຽນແປງ ໃຫ້ຖືວ່າເປັນເລື່ອງທ້າທາຍທີ່ທ່ານ ແລະ ທີມງານສາມາດເຮັດຮ່ວມກັນໄດ້.

  5. ຮູ້ຈັກຮຽນຮູ້: ເພາະການເຮັດທຸລະກິດຄືໂລກຂອງການແຂ່ງຂັນ ໃນຖານະຫົວໜ້າທ່ານຕ້ອງເປັນກຳລັງຫຼັກໃນການຂັບເຄື່ອນອົງກອນ, ພະຍາຍາມຮຽນຮູ້ສິ່ງໃໝ່ໆ, ຮຽນຮູ້ເຖິງການປ່ຽນແປງຂອງສະພາບຕະຫຼາດ, ສະພາບຜູ້ບໍລິໂພກ ແລະ ສະພາບຂອງການເຮັດວຽກຂອງພະນັກງານ ແລ້ວຫາວິທີສະໜອງ ແລະ ປັບຕົວໄປກັບມັນ.

  6. ຕ້ອງເປັນຫົວໜ້າທີ່ເຂົ້າເຖິງງ່າຍ: ເມື່ອທ່ານເປັນຫົວໜ້າຢູ່ຈຸດສູງຂອງອົງກອນ ບາງຄົນອາດຮູ້ສຶກຢ້ານ, ເຫງົາ ຫຼື ໂດດດ່ຽວ. ຢ່າງໃດກໍຕາມ, ທ່ານບໍ່ຄວນແຍກຕົວອອກຈາກຄົນອື່ນ ແຕ່ຕ້ອງເປັນຫົວໜ້າທີ່ລູກນ້ອງເຂົ້າເຖິງງ່າຍ, ເຫັນຄຸນຄ່າຂອງການໃຊ້ເວລາຮ່ວມກັບຜູ້ອື່ນ, ໝັ່ນເວົ້າຈາ ແລະ ລົມກັບທີມງານແດ່ ແລ້ວທ່ານຈະຮູ້ວ່າເຂົາມີບັນຫາຫຍັງ ແລະ ແຕ່ລະຄົນມີນິດໄສເປັນແບບໃດ.

  7. ມີຄວາມເຊື່ອໝັ້ນ: ເປັນຜູ້ນຳທີ່ໜ້າເອົາແບບຢ່າງຕ້ອງມາຈາກ ຄວາມເຊື່ອໝັ້ນໃນຕົວເອງ ທຸກການກະທົບຂອງທ່ານຈະສະແດງເຖິງຄວາມເຊື່ອໝັ້ນທີ່ມີຕໍ່ອົງກອນ ແລະ ລູກນ້ອງໄດ້ຮັບຮູ້.

  8. ບຸກຄະລິກ: ການມີບຸກຄະລິກສະເພາະຕົວແມ່ນເປັນເລື່ອງສຳຄັນ ເຊິ່ງມັນຈະຊ່ວຍເສີມໃຫ້ການກະທຳ ແລະ ການເວົ້າຈາຂອງທ່ານໃຫ້ໜ້າເຊື່ອຖືຂຶ້ນ, ທັງນີ້ກໍຂຶ້ນກັບບຸກຄະລິກຂອງແຕ່ລະຄົນ, ບາງຄົນອາດຈະສາຍຕະຫຼົກເຮຮາ, ບາງຄົນອາດຈິງຈັງຫາຄວາມພໍດີໃຫ້ພົບແລ້ວລູກນ້ອງຈະຮູ້ຈັກວາງຕົວກັບທ່ານ ແລະ ທ່ານກໍຈະຮູ້ວາງຕົວກັບລູກນ້ອງ.

  9. ພ້ອມໃຫ້ຄຳປຶກສາ ແລະ ເປີດໂອກາດ: ການເປັນຫົວໜ້າບໍ່ໄດ້ໝາຍຄວາມວ່າທ່ານຈະເຮັດຕົວສູງຄືກັບຕຳແໜ່ງ, ທ່ານຄວນວາງຕົວເປັນກັນເອງ ແລະ ພ້ອມທີ່ຈະໃຫ້ຄຳປຶກສາກັບລູກນ້ອງ, ເປີດໂອກາດໃຫ້ເຂົາເຮັດຕາມວິໄສທັດ ແລະ ຄວາມສາມາດຂອງເຂົາເຕັມທີ່ ແລ້ວເຮົາສັງເກດການຢູ່ຫ່າງໆ ຫຼື ລໍຖ້າເບິ່ງຜົນງານຂອງເຂົາເຈົ້າວ່າຈະເຮັດອອກມາດີສໍ່າໃດ?.

ທີ່ມາ: sanook; ພາບ: articlekey