ອຸຕຸແຈ້ງເຕືອນໄພຝົນຕົກໜັກ ໄລຍະວັນທີ 9 – 11 ຕຸລາ, 7 ແຂວງພາກກາງຫາໃຕ້ ຈົ່ງມີສະຕິ ລະມັດລະວັງ

179

ວັນທີິ 8ຕຸລາ 2020, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນໄພ ຝົນຕົກໜັກ ແຕ່ໄລຍະວັນທີ 9 ຫາ 11 ຕຸລາ 2020 ສະບັບທີ 1 ເນື່ອງຈາກວ່າ ຄວາມກົດດັນອາກາດສູງຈາກປະເທດເທດຈີນ ຍັງສືບຕໍ່ແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງເພີ່ມຂຶ້ນ ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່

ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 9 ຫາ 11 ຕຸລາ 2020 ນີ້.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ບໍລິຄໍາໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.

ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.