ປິດຂະບວນການ ແຂ່ງຂັນກີລາມວນຊົນຂອງກອງພັນທີ 6 ຄໍານັບຮັບຕ້ອນ ວັນທີ 7 ຕຸລາ

204

ວັນທີ 6 ຕຸລາ 2020 ກອງພັນທີ 6 ວິທະຍາຄານ ກົມມະດໍາ ໄດ້ປິດຂະບວນການແຂ່ງຂັນກີລາ ມວນຊົນ ຄຳນັບຮັບຕ້ອນ ວັນຄູແຫ່ງຊາດ ຄົບຮອບ 26 ປີ ໂດຍພາຍໃຕ້ການເປັນປະທານເຂົ້າຮ່ວມ ປິດການແຂ່ງຂັນກິລາ ຂອງສະຫາຍ ພັນໂທ ປະລິນຍາເອກ ສົມໄຫວ ແໜງໄຊຄູນ ຫົວຫນ້າຫ້ອງການເມືອງ ວິທະຍາຄານ ກົມມະດໍາ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງພັນທີ 6, ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.


ສະຫາຍ ພັນຕີ ອໍາໄພ ພົມມະເກສອນ ຮອງການເມືອງ ກອງພັນທີ 6 ວິທະຍາຄານ ກົມມະດໍາ ໄດ້ ຂຶ້ນຜ່ານບົດສະຫຼຸບ ປິດຂະບວນການ ແຂ່ງຂັນກິລາ ມວນຊົນ ວັນຄູແຫ່ງຊາດ ຄົບຮອບ 26 ປີ ແມ່ນ ແນໃສ່ເສີມສ້າງຂະບວນການກີລາມິດຕະພາບ ລະຫວ່າງພະນັກງານ ແລະ ນັກຮຽນນັກສຶກສາດ້ວຍກັນ, ທັງເປັນການຜູກແຫນ້ນໄມຕີຈິດມິດຕະພາບເຂົ້າໃນການແລກປ່ຽນບົດຮຽນ ວຽກງານກິລາກາຍະ ກໍາຂອງກົມກອງ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ ຢ່າງເປັນຂະບວນການຟົດຟື້ນ.

ກີລາທີ່ນໍາມາແຂ່ງຂັນປະກອບມີ 3 ປະເພດຄື: ບານເຕະມີ 5 ທີມ, ບານສົ່ງ ມີ5 ທີມ ແລະ ເປຕັງ 24 ທີມ; ຜົນການແຂ່ງຂັນແຕ່ລະປະເພດ ສາມາດສະຫຼຸບໄດ້ດັ່ງນີ້:


ບານເຕະ ທີ 1 ແມ່ນນັກສຶກສາເຫຼົ່າການເມືອງ ລະບົບ 10 ເດືອນ; ທີ 2 ສໍານັກງານກອງພັນ ທີ 6 , ທີ 3 ນັກສຶກສາເຫຼົ່າເສນາ ລະບົບ 6 ເດືອນ;


ບານສົ່ງ ທີ 1 ນັກສຶກສາເຫຼົ່າການເມືອງ ລະບົບ 10 ເດືອນ; ທີ 2 ສໍານັກງານກອງພັນທີ 6 ; ທີ 3 ນັກສຶກສາເຫຼົ່າການເມືອງ ລະບົບ 6 ເດືອນ


ເປຕັງ ທີ 1 ນັກສຶກສາ ເຫຼົ່າເສນາ ລະບົບ 10 ເດືອນ; ທີ 2 ນັກສຶກສາເຫຼົ່າການເມືອງ ລະບົບ 6 ເດືອນ; ທີ 3 ຄະນະກອງຮ້ອຍ ທີ 1.
ຈາກນັ້ນຄະນະພັກ-ຄະນະບັນຊາ ກົມກອງດັ່ງກ່າວ ຍັງໄດ້ຜັດປ່ຽນກັນຂຶ້ນມອບລາງວັນໃຫ້ ແກ່ ທີມນັກກີລາແຕ່ລະເພດ.


ຂ່າວ: ວັນນະເລດ ລໍວັນໄຊ ພາບ: ລຸນທອງ ສີບຸນເຮືອງ