ລາຍງານດ່ວນ! ເກີດສະພາບນໍ້າຖ້ວມຫຼາຍເຂດຂອງເມືອງເຊໂປນ ແລະ ວິລະບູລີ ແຂວງສະຫວັນນະເຂດ

225

ຝົນທີ່ຕົກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ຫຼາຍເຂດຂອງເມືອງເຊໂປນ ແລະ ວິລະບູລີ ແຂວງສະຫວັນນະເຂດ ເກີດນໍ້າຖ້ວມສູງ; ຂະນະທີ່ກົມອຸຕຸນິຍົມແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ.

ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue ລາຍງານວ່າ: ສະພາບໂດຍລວມຂອງເມືອງເຊໂປນໃນປະຈຸບັນມີນໍ້າຖ້ວມແລ້ວຫຼາຍພື້ນທີ່ ຕາມແຄມສາຍເຊໂປນ,​ເຊບັ້ງຫຽງ,​ເຊກອກ ແມ່ນໄດ້ຮັບຜົນກະທົບໝົດ.​

.

ວອນຂໍຄວາມຊ່ວຍປະເພດນ້ຳດື່ມ ເຂົ້າສານອາຫານແຫ້ງ ທາງອາສາພວກເຮົາຈະລວບລວມສິ່ຂອງດັ່ງກ່າວ ໄປໃຫ້ປະຊາຊົນທີ່ຖືກກະທົບ ເຂດເມືອງເຊໂປນ ພ້ອມນຳທີມ ກູ້ໄພທາງນ້ຳ ແລະ ເຮືອ ອອກຊ່ວຍເຫຼືອປະຊາຊົນ.

.

ນອກຈາກທີ່ເມືອງເຊໂປນແລ້ວ ເມືອງໃຫ້ຄຽງຢ່າງວິລະບູລີ ກໍໄດ້ຮັບຜົນກະທົບຈາກສະພາບນໍ້າຖ້ວມເຊັ່ນດຽວກັນ

ອີງຕາມການລາຍງານຂອງເພຈ News Vilabouly-ຊ່ອງຂ່າວເມືອງວິລະບູລີ ໃຫ້ຮູ້ວ່າ: ເວລາ 8 : 30 ໂມງວັນທີ8/10/2020 ທ່ານເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະໄດ້ລົງຕິດຕາມສະພາບນໍ້າຖ້ວມເຂດທາງ28ເອ ອອກສູ່ເມືອງເຊໂປນ ນໍ້າແມ່ນໄດ້ຖ້ວມເສັ້ນທາງນັບແຕ່ຫ້ວຍແຢງໄປ.​

ໃນຄະນະນີ້ຝົນຍັງສືບຕໍ່ຕົກຢູ່, ລະດັບນໍ້າເຊກອກ 9,07 ແມັດ

ຂະນະທີ່ພະຍາກອນອາກາດປະຈຳວັນທີ 08/10/2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລະບຸວ່າ: ຄວາມກົດດັນອາກາດສູງຈາກປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງເພີ່ມຂຶ້ນ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 09 ຫາ 11 ຕຸລາ 2020 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.