ໄຊບູລີ ກໍານົດເອົາບຶງຂາເປຍ ເປັນເຂດວັງສະຫງວນອະນຸຮັກສັດນໍ້າ – ສັດປ່າ

247

ໃນວັນທີ 2 ຕຸລາ 2020 ທີ່ຜ່ານມານີ້ ທີ່ບຶງຂາເປຍ ບ້ານກ້າງປາ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາຄືນສູ່ທໍາມະຊາດ ພ້ອມທັງປະກາດກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍ ເປັນວັງສະຫງວນຂອງເມືອງ.

ເຂົ້າຮ່ວມໃນພິທີມີ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ທ່ານ ນາງ ສົມລານ ອິນທິສານ ປະທານແນວລາວສ້າງຊາດເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ, ອໍານາດການປົກຄອງບ້ານອ້ອມຂ້າງ, ເຖົ້າແກ່ແນວໂຮມ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານກ້າງປາເຂົ້າຮ່ວມ.

ໃນກິດຈະກໍາດັ່ງກ່າວ ແມ່ນໄດ້ນໍາເອົາລູກປາ ຈໍານວນ 18 ພັນໂຕ ນໍາໄປປ່ອຍຄືນສູ່ແຫຼ່ງນໍ້າທໍາມະຊາດທີ່ບຶງຂາເປຍ ເຊິ່ງເປັນວັງສະຫງວນທີ່ໄດ້ກໍານົດໄວ້; ປາທີ່ນໍາມາປ່ອຍໃນຄັ້ງນີ້ມີປາປາກ, ປາເກັດແລບ ແລະ ປານວນຈັນ.

ຈາກນັ້ນ, ໃນພິທີ ທ່ານ ຄໍາໝັ້ນ ສຸພິຫາລາດ ຫົວໜ້າຫ້ອງວ່າການປົກຄອງເມືອງໄຊບູລີ ທັງເປັນຫົວໜ້າໂຄງການສົ່ງເສີມການອະນຸຮັກປ່າໄມ້ ແລະ ບຶງທໍາມະຊາດແບບມີສ່ວນຮ່ວມຂອງປະຊາຊົນບ້ານກ້າງປາ ກໍຍັງໄດ້ຜ່ານກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊບູລີ ວ່າດ້ວຍການຄຸ້ມຄອງການປະມົງ ແລະ ການອະນຸຮັກຊີວະນາໆພັນທາງບົກ ແລະ ທາງນໍ້າ ເຊິ່ງມີເນື້ອທີ່ 250 ເຮັກຕາ ເປັນເຂດສະຫງວນກວມລວມ ແລະ ອີກ 5 ເຮັກຕາ ເປັນສະຫງວນຖາວອນຢ່າງຈະແຈ້ງ.

ພ້ອມນີ້, ກໍຍັງໄດ້ມອບປຶ້ມກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍ ໃຫ້ກັບ 7 ກຸ່ມບ້ານ, ໃນນັ້ນມີບ້ານກ້າງປາ, ເວີນເໜືອ, ເວີນໃຕ້, ແກ້ງໂພສີ, ດົງຍາງ, ໂພນທັນ ແລະບ້ານສະກອງ ເພື່ອນໍາເອົາກົດລະບຽບ ແລະ ເນື້ອໃນດັ່ງກ່າວນໍາໄປຜັນຂະຫຍາຍໃຫ້ປະຊາຊົນໃນແຕ່ລະບ້ານໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ.

ທັງນີ້, ກໍເພື່ອເປັນການປົກປັກຮັກສາຂອບເຂດທີ່ໄດ້ກໍານົດເປັນບ່ອນສະຫງວນບໍ່ໃຫ້ຖືກບຸກລຸກ, ທໍາລາຍ – ລ່ວງລໍ້າ ເປັນຕົ້ນແມ່ນການລ່າສັດທີ່ມີລັກສະນະດັບສູນດ້ວຍວິທີການໃຊ້ລະເບີດ, ທາດເຄມີ, ທາດເບື່ອ, ໄຟຟ້າຊ໋ອດ ແລະ ວິທີອື່ນໆ ທີ່ເຮັດໃຫ້ສັດນໍ້າ – ສັດປ່າມີການສູນພັນ, ຫ້າມລ່າສັດນໍ້າ – ສັດປ່າໃນລະດູປະສົມພັນ ແລະ ຂະຫຍາຍພັນ; ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງມີການຕັນຫ້ວຍ – ຮ່ອງ ຫຼື ໃຊ້ສິ່ງກີດຂວາງການເຄື່ອນຍ້າຍເພື່ອຂະຫຍາຍພັນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນສາຂາຂອງບຶງຂາເປຍ.