ເມືອງຍົມມະລາດຮ່ວມກັບອົງການສຸພານິມິດມອບເຂົ້າສານໜຽວ ໃຫ້ປະຊາຊົນ 3 ບ້ານ

133

ເມື່ອມໍ່ໆມານີ້ທີ່ຫ້ອງການບ້ານໂພນແກ້ວ ເມືອງຍົມມະລາດ ແຂວງຄຳມ່ວນ ອໍານາດການປົກຄອງເມືອງຍົມມະລາດ ຮ່ວມກັບ ອົງການສຸພານິມິດ ໄດ້ລົງມອບເຂົ້າສານໜຽວ ຈຳນວນ 13.020 ກິໂລ ໃຫ້ແກ່ປະຊາຊົນ 3 ບ້ານ ມີ 434 ຄອບຄົວ, ໃນນັ້ນມີບ້ານໂພນແກ້ວ 234 ຄອບຄົວ, ບ້ານຈະກ້ວນ 141 ຄອບຄົວ ແລະ ບ້ານທ່າໂຈນ 59 ຄອບຄົວ.

ໃຫ້ກຽດມອບໂດຍ ທ່ານ ບຸນຖັນ ໂພທິລາດ ຮອງເລຂາພັກເມືອງ, ປະທານກວດກາພັກ – ລັດເມືອງ ແລະ ຕາງໜ້າອົງການສຸພານິມິດ ( world vision ) ມີທ່ານ ເອກະລາດ ວິໄລ ຜູ້ຊ່ວຍອົງການສຸພານິມິດສາກົນຂັ້ນແຂວງ ແລະ ທ່ານ ສາຍຄຳ ວົງສະຫວັນ ຜູ້ຮັບຜິດຊອບໂຄງການຂັ້ນເມືອງ ເຊິ່ງເປັນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຮັບໂດຍຕາງໜ້າແຕ່ລະຄອບຄົວພາຍໃນ 3 ບ້ານດັ່ງກ່າວ.

ເຂົ້າສານທີ່ອົງການປົກຄອງເມືອງ ໄດ້ລົງມອບໃນຄັ້ງນີ້ແມ່ນໄດ້ມາຈາກການຊ່ວຍເຫຼືອຈາກອົງການສຸພານິມິດປະຈຳ ສປປ ລາວ. ໃນໂອກາດດຽວກັນນັ້ນ, ທ່ານ ບຸນຖັນ ໂພທິລາດ ຮອງເລຂາພັກເມືອງ, ປະທານກວດກາພັກ – ລັດເມືອງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກັບອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນດ້ວຍ.

[ ຂ່າວໂດຍ: ຄຳພູວາ ໄຊຍະອ່ອນຕາ ]