ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 26 ປີ ພ້ອມບາງທັດສະນະຕໍ່ແມ່ພິມຂອງຊາດ

193

ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ແລະ ປີນີ້ກໍຄົບຮອບ 26 ປີພໍດີ. ແນ່ນອນໃນແຕ່ລະປີທຸກຢ່າງລ້ວນມີການປ່ຽນແປງຢູ່ສະເໝີ ແຕ່ສິ່ງໜຶ່ງທີ່ຍັງຄົງໝັ້ນ ແລະ ຢູ່ໃນຈິດສໍານຶກຂອງລູກສິດທຸກຄົນຢູ່ຕະຫຼອດ ນັ້ນຄືບຸນຄຸນຂອງຄູຜູ້ສິດສອນ. ແນວໃດກໍຕາມ, ເຖິງແມ່ນວ່າວັນສໍາຄັນດັ່ງກ່າວຈະໝູນວຽນກາຍໄປແລ້ວ ແຕ່ເດືອນຕຸລາຂອງທຸກໆປີກໍຖືເປັນເດືອນສໍາຄັນຂອງຄູ.

ດັ່ງນັ້ນ, ຜູ້ຂຽນຈຶ່ງຂໍຍົກເອົາບາງທັດສະນະກ່ຽວກັບວັນຄູມາແບ່ງປັນໃຫ້ທຸກທ່ານໄດ້ອ່ານນໍາກັນໃນມື້ນີ້.

ອາຈານ ພອນເພັດ ພິແພງລາວັນ ຮອງພາກວິຊາບໍລິຫານທຸລະກິດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ວັນຄູແຫ່ງຊາດຖືເປັນອີກວັນໜຶ່ງທີ່ເປັນຄວາມພາກພູມໃຈຂອງຄູ – ອາຈານທີ່ພັກ – ລັດເພິ່ນໄດ້ກໍານົດເອົາວັນທີ 7 ຕຸລາຂອງທຸກໆປີ ເປັນວັນລະນຶກຄຸນງາມຄວາມດີຂອງຄູ ແລະ ສະຫຼອງຜົນງານແຫ່ງຄວາມສໍາເລັດ, ເວົ້າສະເພາະຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃນແຕ່ລະປີກໍຈະມີການຈັດພິທີສົມມາຄູ, ຈະມີທັງອະດີດນັກສຶກສາ ແລະ ນັກສຶກສາທີ່ກໍາລັງສຶກສາຢູ່ເຂົ້າມາອວຍພອນ ເພື່ອສະແດງຄວາມຮູ້ບຸນຄຸນ ດັ່ງທີ່ຮູ້ວ່າຄູ – ອາຈານທຸກທ່ານລ້ວນທຸ່ມເທທັງແຮງກາຍແຮງໃຈມັນສະໝອງທຸກຢ່າງ ເພື່ອສົ່ງຕໍ່ຄວາມຮູ້ໃຫ້ແກ່ນັກຮຽນ – ນັກສຶກສາຂອງຕົນ ເປົ້າໝາຍເພື່ອໃຫ້ເຂົາເຈົ້າເປັນບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ.

ໃນໂອກາດວັນສໍາຄັນແບບນີ້ ອາຈານ ພອນເພັດ ຍັງຝາກຂໍ້ຄວາມເຖິງນັກຮຽນ – ນັກສຶກສາ ແລະ ຄູ – ອາຈານເພື່ອນຮ່ວມອາຊີບຮ່ວມອຸດົມການດຽວກັນ ວ່າ: ຝາກເຖິງຄູ – ອາຈານທຸກທ່ານລວມເຖິງຕົວຂ້າພະເຈົ້າເອງ ເຖິງແມ່ນວ່າຈະມີບັນຫາອຸປະສັກຕ່າງໆນາໆເກີດຂຶ້ນກໍແລ້ວແຕ່ ແຕ່ພວກເຮົາທຸກຄົນກໍພ້ອມທຸ່ມເທສຸມທຸກສະຕິປັນຍາຫາຂໍ້ມູນໃໝ່ໆເສີມຄວາມຮູ້ມາສິດສອນໃຫ້ກັບນ້ອງໆນັກຮຽນຢູ່ຕະຫຼອດບໍ່ທໍ້ຖອຍ ແລະ ຈະເຮັດຕໍ່ໄປເລື້ອຍໆ. ພ້ອມນີ້, ກໍຂໍໃຫ້ຄູ – ອາຈານພວກເຮົາຈົ່ງມີກໍາລັງໃຈທີ່ດີໃນການສິດສອນນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຮັບໃຊ້ປະເທດຊາດຢ່າງເຕັມທີ່ ແລະ ມີຄຸນນະພາບ. ສໍາລັບນັກສຶກສາເອງກໍຂໍຝາກເຖິງທຸກຄົນ ໂດຍສະເພາະເປີດສົກຮຽນໃໝ່ແບບນີ້ກໍຂໍໃຫ້ຕັ້ງໃຈສຶກສາຮໍ່າຮຽນ ທີ່ສໍາຄັນການຮຽນບໍ່ສະເພາະແຕ່ຮຽນນໍາຄູ – ອາຈານ ຫຼື ຢູ່ໂຮງຮຽນເທົ່ານັ້ນ ເຮົາສາມາດຮຽນເອງໄດ້ດ້ວຍວິທີການຕ່າງໆຫຼາກຫຼາຍ. ທັງນີ້, ກໍເພື່ອເສີມຄວາມຮູ້, ຄວາມສາມາດໃຫ້ກັບຕົວຂອງນັກສຶກສາເອງ ເພື່ອກ້າວໄປເປັນບຸກຄະລາກອນທີ່ດີ ສ້າງປະໂຫຍດໃຫ້ກັບປະເທດຊາດໄດ້.

ນອກຈາກນີ້, ອາຈານ ພອນເພັດ ພິແພງລາວັນ ຍັງເວົ້າເຖິງຮູບແບບການສິດສອນໃນປັດຈຸບັນອີກວ່າ: ຫາກທຽບການສິດສອນໃສ່ເມື່ອກ່ອນກັບປັດຈຸບັນເຫັນໄດ້ວ່າມີ ຄວາມແຕກຕ່າງກັນຫຼາຍ ໂດຍສະເພາະປັດຈຸບັນມີເຄື່ອງມືເອເລັກໂຕຣນິກຕ່າງໆເຂົ້າມາມີສ່ວນຮ່ວມຊ່ວຍການສິດສອນໃຫ້ສະດວກສະບາຍ, ມີການຮຽນອອນລາຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມທັນສະໄໝຂຶ້ນ ເມື່ອເວົ້າເຖິງການຮຽນອອນລາຍ ແນ່ນອນວ່າມັນແຕກຕ່າງກັບການຮຽນໃນຫ້ອງຮຽນແບບເຫັນໜ້າກັນ ແຕ່ທັງສອງກໍລ້ວນມີຂໍ້ດີ. ຕົວຢ່າງໃນໄລຍະທໍາອິດທີ່ລາວເຮົາມີການລະບາດຂອງພະຍາດໂຄ  ວິດ – 19 ການຮຽນອອນລາຍກໍເຂົ້າມາມີບົດບາດຊ່ວຍໄດ້ຫຼາຍ ເພາະໄລຍະນັ້ນພວກເຮົາບໍ່ສາມາດສິດສອນນັກສຶກສາແບບໜ້າຕໍ່ໜ້າໄດ້ເຕັມທີ່ ແຕ່ຄຽງຄູ່ຂໍ້ດີມັນກໍມີຂໍ້ເສຍຢູ່ບ່ອນວ່າ ເຮົາບໍ່ສາມາດຄວບຄຸມການຮຽນຂອງນັກສຶກສາໄດ້ ໂດຍສະເພາະສະມາທິ ແລະ ຄວາມຕັ້ງໃຈໃນການຮຽນທາງອອນລາຍຂອງເຂົາເຈົ້າ; ສ່ວນການຮຽນແບບເຫັນໜ້າໃນຫ້ອງຮຽນ ມັນກໍຊ່ວຍໃຫ້ການສື່ສານລະຫວ່າງຜູ້ສອນ ແລະ ຜູ້ຮຽນໄດ້ດີ, ຄ່ອງແຄ້ວຂຶ້ນ ພ້ອມໂອ້ລົມສົນທະນາໄດ້ເຕັມທີ່ ໂດຍທີ່ບໍ່ຕ້ອງມີສັນຍານອິນເຕີເນັດມາເປັນຂໍ້ຈໍາກັດ.

ໄດ້ຮັບທັດສະນະຈາກຜູ້ເປັນອາຈານແລ້ວ ລອງມາຟັງສຽງຂອງນັກສຶກສາເຂົາເຈົ້າຄິດແນວໃດ? ໂດຍນ້ອງ ກິ່ງຄໍາ ນິດສະຫວັນ ທີ່ຫາກໍຈົບການສຶກສາຈາກຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ທັງເປັນຮອງນາງສາວລາວ 2018 ໃຫ້ທັດສະນະວ່າ: ກ່ອນອື່ນນ້ອງກໍຂໍຊົມເຊີຍວັນຄູແຫ່ງຊາດ 7 ຕຸລາ ຢ່າງສຸດໃຈ ເຊິ່ງປີນີ້ກໍຄົບຮອບ 26 ປີພໍດີ ດ້ວຍຄວາມຮູ້ບຸນຄຸນຕໍ່ກັບຄູບາອາຈານທີ່ປຽບດັ່ງບິດາ – ມານດາຜູ້ທີສອງ; ສໍາລັບນ້ອງເອງຂໍຂອບໃຈຄູ – ອາຈານທຸກທ່ານທີ່ມອບຄວາມຮູ້ອັນຍິ່ງໃຫຍ່, ຄອຍນຳພາທາງເດີນແຫ່ງຄວາມຮູ້; ຕັ້ງໃຈສິດສອນນັກຮຽນເຖິງແມ່ນວ່າຈະເມື່ອຍ ຫຼື ລຳບາກພຽງໃດຄູກໍບໍ່ເຄີຍທໍ້ໃຈ ຊີ້ໃຫ້ນັກຮຽນທຸກຄົນຮູ້ໄດ້ທາງເດີນທີ່ດີ ແລະ ສ້າງມະນຸດໃຫ້ມີປັນຍາ, ໃຫ້ເກີດມີບັນດິດ, ພະນັກງານວິຊການ ແລະ ອື່ນໆ. ເວົ້າແລ້ວບຸນຄຸນຄູນີ້ມີເຫຼືອລົ້ນ ບໍ່ສາມາດມີສິ່ງໃດມາປຽບທຽບ ຫຼື ກ່າວຄໍາຂອບໃຈແກ່ພວກເພິ່ນໄດ້ພຽງພໍ. ແນວໃດກໍຕາມ, ໃນໂອກາດດີແບບນີ້ ນ້ອງເອງຂໍເຊີດຊູນໍ້າໃຈຂອງຄູບາອາຈານ ແລະ ຂໍອວຍພອນໄຊໃຫ້ຄູທຸກໆຄົນຈົ່ງຢູ່ດີມີສຸກ ສຸຂະພາບແຂງແຮງ ຈະເລີນກ້າວໜ້າ ເປັນຜູ້ສ້າງບັນດິດໃຫ້ມີ ຄວາມຮູ້, ຄວາມສາມາດ ແລະ ຂໍໃຫ້ຄູທຸກໆຄົນຈົ່ງມີແຕ່ຄວາມສຸກປະສົບຜົນສຳເລັດດ້ວຍ.

ຂະນະທີ່ ທ້າວ ໂຊກທະວີ ແກ້ວບຸດຕະລາດ ນັກສຶກສາພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ຄູ – ອາຈານ ເປັນແມ່ພິມຂອງຊາດ ເປັນບຸກຄະລາກອນທີ່ສໍາຄັນຂອງທຸກຊາດ, ເປັນບຸກຄົນທີ່ຖ່າຍທອດ ຄວາມຮູ້ວິຊາການຕ່າງໆ, ເປັນຜູ້ສ້າງບຸກຄະລາກອນໃນຂະແໜງການຕ່າງໆ ຂຶ້ນມາຮັບໃຊ້ສັງຄົມໄດ້ຢ່າງໜ້າພູມໃຈ. ດັ່ງນັ້ນ, ເນື່ອງໃນວັນຄູແຫ່ງຊາດນີ້ ນ້ອງຂໍອວຍພອນໃຫ້ຄູ – ອາຈານທຸກໆທ່ານຈົ່ງມີພະລະນາໄມສົມບູນແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານຍິ່ງໆຂຶ້ນໄປ.