ນັກສຶກສາຈົບ ມຊ 5 ພັນກວ່າຄົນ 48 ຄົນ ໄດ້ກຽດນິຍົມ

194

ສົກຮຽນ 2019 – 2020 ມະຫາວິທະຍາໄລແຫ່ງຊາດ ( ມຊ ) ມີນັກສຶກສາປີສຸດທ້າຍທັງໝົດ 5.762 ຄົນ ແຕ່ມີນັກສຶກສາຈົບການສຶກສາ 5.525 ຄົນ, ພິເສດມີນັກສຶກສາໄດ້ຮັບກຽດນິຍົມ ຈໍານວນ 48 ຄົນ.

ໃນວັນທີ 6 ຕຸລາ 2020 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ; ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຈັດພິທີສະຫຼຸບຊຸດຮຽນ ສົກສຶກສາ 2019 – 2020 ແລະ ເປີດສົກຮຽນໃໝ່ ສົກສຶກສາ 2020 – 2021 ພ້ອມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ຕຸລາ 1994 ຫາ 7 ຕຸລາ 2020 ) ໂດຍການເປັນປະທານຂອງ ທ່ານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ; ມີບັນດາຮອງອະທິການບໍດີ ມຊ; ຄະນະຄູ – ອາຈານ ແລະ ນັກສຶກສາພາຍໃນ ມຊ ເຂົ້າຮ່ວມ.

ໃນພິທີ ທ່ານ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຊຸດຮຽນ ຮຸ່ນທີ 19 ( 2016 – 2020 ) ແລະ ເປີດສົກຮຽນໃໝ່ 2020 – 2021 ໂດຍມີບາງຕອນກ່າວວ່າ: ໃນສົກຮຽນ 2019 – 2020 ມະຫາວິທະຍາໄລແຫ່ງຊາດ ມີນັກສຶກສາທັງໝົດ 23.015 ຄົນ, ໃນນັ້ນນັກສຶກສາໄດ້ຮັບທຶນຈາກລັດຖະບານ 3.777 ຄົນ; ນັກສຶກສາຕ່າງປະເທດໄດ້ຮັບທຶນລັດຖະບານ 218 ຄົນ; ນັກສຶກສາໃຊ້ທຶນຕົນເອງ 19.238 ຄົນ ແລະ ນັກສຶກສາຕ່າງປະເທດໃຊ້ທຶນຕົນເອງ 212 ຄົນ.

ໃນສົກຮຽນດຽວກັນ ມຊ ໄດ້ດໍາເນີນການຮຽນ – ການສອນໃນຫຼາຍລະດັບ ເຊິ່ງມີທັງໝົດ 208 ຫຼັກສູດ, ໃນນັ້ນ ປະລິນຍາເອກ 3 ຫຼັກສູດ, ປະລິນຍາໂທ 60 ຫຼັກສູດ; ປະລິນຍາຕີ 111 ຫຼັກສູດ  ( ລະບົບ 4 ປີ 109 ຫຼັກສູດ; ລະບົບ 5 ປີ 1 ຫຼັກສູດ; ລະບົບ 6 ປີ 1 ຫຼັກສູດ ); ຫຼັກສູດຕໍ່ເນື່ອງປະລິນຍາຕີ 36 ຫຼັກສູດ ແລະ ອະນຸປະລິນຍາຕີ 4 ຫຼັກສູດ ຄື: ປ່າໄມ້ລວມ, ວິສະວະກໍາຂົວ – ທາງ, ເຕັກນິກຊົນລະປະທານ ແລະ ຄູພະລະສຶກສາ.

ໃນສົກຮຽນນີ້ມີນັກສຶກສາປີສຸດທ້າຍທັງໝົດ 5.762 ຄົນ ໂດຍມີປະລິນຍາເອກ 1 ຄົນ; ປະລິນຍາໂທ 433 ຄົນ; ປະລິນຍາຕີ 5.393 ຄົນ ແຕ່ຈົບການສຶກສາພຽງ 5.008 ຄົນ; ອະນຸປະລິນຍາຕີ 35 ຄົນ ແລະ ນັກສຶກສາໄດ້ກຽດນິຍົມ ຈໍານວນ 48 ຄົນ.

ໃນໂອກາດດັ່ງກ່າວ, ທ່ານ ສົມສີ ຍໍພັນໄຊ ກ່າວສະແດງຄວາມຊົມເຊີຍມາຍັງຄະນະນໍາມະຫາວິທະຍາໄລແຫ່ງຊາດ ທີ່ຜ່ານການເຮັດໜ້າທີ່ສິດສອນ, ຄົ້ນຄວ້າ, ບໍລິການວິຊາການ, ເຂົ້າຮ່ວມກິດຈະກໍາຕ່າງໆ ເຊິ່ງສະແດງເຖິງການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາມະຫາວິທະຍາໄລແຫ່ງຊາດ ໃຫ້ນັບມື້ພົ້ນເດັ່ນໃນທຸກດ້ານ ແນໃສ່ເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ.

ແນວໃດກໍຕາມ, ຄຽງຄູ່ກັບຜົນງານ ແລະ ໝາກຜົນທີ່ປະຕິບັດໄດ້ນັ້ນ ໃນຊຸມປີຕໍ່ໜ້າຕ້ອງເອົາໃຈໃສ່ຕໍ່ຫຼາຍວຽກງານຈຸດສຸມ ເປັນຕົ້ນແມ່ນ: ເອົາໃຈໃສ່ຄົ້ນຄວ້າວິທະຍາສາດ; ການຄົ້ນຄວ້າທີ່ຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະ ຮັບໃຊ້ສັງຄົມຕົວຈິງ; ຍົກສູງຄຸນນະພາບສຶກສາ – ກີລາ ເພື່ອພັດທະນາຊັບພະຍາກອນມະນຸດ ທັງດ້ານປະສິດທິພາບ ປະສິດທິຜົນ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໄດ້ພຽງໃບປະກາສະນີຍະບັດເທົ່ານັ້ນ. ພ້ອມ ນີ້ ກໍໃຫ້ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນໃສ່ຮັບໃຊ້ການສິດສອນດ້ວຍພາສາອັງກິດເປັນພາສາທີສອງ ຈຶ່ງຈະສາມາດຮັບປະກັນທຽບເທົ່າກັບສາກົນ ແລະ ດ້ານອື່ນໆອີກ.